spot_img
HomeBaby-ແມ່ແລະເດັກສິ່ງທີ່ບໍ່ຄວນເຮັດ ສຳລັບແມ່ຍິງຖືພາ

ສິ່ງທີ່ບໍ່ຄວນເຮັດ ສຳລັບແມ່ຍິງຖືພາ

Published on

ຜູ້ຍິງຫຼາຍຄົນ ພໍຮູ້ວ່າຕົນເອງຖືພາກໍມີຄວາມກັງວົນໃຈຕ່າງໆ ກ່ຽວກັບເລື່ອງຕົນເອງ ແລະລູກໃນທ້ອງ ເພາະແນ່ນອນວ່າ ແມ່ທັງຫຼາຍຕ້ອງການທີ່ຈະດູແລລູກນ້ອຍໃຫ້ດີທີ່ສຸດ, ດັ່ງນັ້ນ ມື້ນີ້ ແອັດມິນຈຶ່ງມາບອກກ່ຽວກັບ ສິ່ງທີ່ບໍ່ຄວນເຮັດ ສຳລັບແມ່ຍິງຖືພາ

  1. ຫ້າມເຄັ່ງຄຽດ: ເພາະຖ້າເຄັ່ງຄຽດຈະເຮັດໃຫ້ຮ່າງກາຍຫຼັ່ງໂຮໂມນຄວາມຄຽດຊະນິດໜຶ່ງອອກມາ ແລ້ວເຮັດໃຫ້ຢາກອາຫານຫຼາຍກວ່າປົກກະຕິ ແລະເຮັດໃຫ້ຕຸ້ຍຂຶ້ນໄດ້
  2. ຢ່າອອກກຳລັງກາຍຫຼາຍຈົນເກີນໄປ: ເພາະຈະເຮັດໃຫ້ເກີດແຮງສັ່ນສະເທືອນຮອດເດັກໃນທ້ອງ ແລະອາດເຮັດໃຫ້ແທ້ງລູກໄດ້
  3. ບໍ່ຄວນໃສ່ສົ້ນສູງ: ເພາະຈະເຮັດໃຫ້ກ້າມເນື້ອບໍລິເວນສົ້ນນ່ອງ, ຕົ້ນຂາ, ແອວ ແລະຫຼັງ ເກີດຄວາມຕຶງ ແລະເກີດອາການເຈັບໄດ້ງ່າຍ, ນອກຈາກນັ້ນຍັງເຮັດໃຫ້ສ່ຽງຕໍ່ການມື່ນລົ້ມ
  4. ຫ້າມກິນຢາຕະຫຼອດ: ໃນຊ່ວງ 12 ອາທິດທຳອິດ ຫາກກິນຢາຕະຫຼອດ ອາດສົ່ງຜົນຕໍ່ຄວາມພິການຂອງລູກນ້ອຍໃນທ້ອງໄດ້
  5. ຫ້າມນອນເດິກເດັດຂາດ: ແມ່ຍິງຖືພາ ຄວນນອນຫຼັບພັກຜ່ອນຢ່າງໜ້ອຍ 8 ຊົ່ວໂມງ ໂດຍສະເພາະໃນຊ່ວງ 14 ອາທິດທຳອິດຂອງການຖືພາ ເພາະຖ້ານອນໜ້ອຍ ສ່ຽງຕໍ່ການເກີດພະຍາດຕ່າງໆໃນຊ່ວງຖືພາ
  6. ຕຸ້ຍແຕ່ຫ້າມຫຼຸດນໍ້າໜັກ: ເພາະຈະເຮັດໃຫ້ລູກມີໂອກາດເກີດກ່ອນກຳນົດຫຼາຍ ແລະສະໝອງພິການໄດ້
  7. ຫ້າມດື່ມນົມເກີນມື້ລະ 2 ຈອກ: ຖ້າດື່ມເກີນຈະສົ່ງຜົນໃຫ້ເດັກມີຄວາມສ່ຽງຕໍ່ການແພ້ໄດ້
  8. ຫ້າມນຸ່ງເຄື່ອງຮັດເກີນໄປ: ເພາະຈະເຮັດໃຫ້ເກີດກິ່ນອັບຫຼາຍຂຶ້ນ, ເຮັດໃຫ້ລະບົບໄຫຼວຽນເລືອດບໍ່ປົກກະຕິ
  9. ຫ້າມໃຊ້ນໍ້າຢາທຳຄວາມສະອາດຈຸດຊ່ອນເລັ້ນ: ເພາະເປັນການນຳເຊື້ອພະຍາດເຂົ້າສູ່ຊ່ອງຄອດໄດ້ໂດຍກົງ

ບໍ່ຄວນເຮັດບໍ່ສົນໃຈສາມີ: ແມ່ຍິງຖືພາກໍຄວນໃຫ້ຄວາມສຸກກັບສາມີ ເພາະຕະຫຼອດໄລຍະຖືພາ 9 ເດືອນ ໝໍກໍບໍ່ໄດ້ຈຳກັດກຳຈະກຳທາງເພດ ເຈົ້າສາມາດມີເພດສຳພັນໄດ້ຕາມປົກກະຕິ
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...