spot_img
Homeຂ່າວເຫດການຄະນະຜູ້ແທນລາວ ສໍາເລັດການເຂົ້າຮ່ວມ ກອງປະຊຸມເວທີປະຊາທິປະໄຕບາຫລີ ຄັ້ງທີ 9

ຄະນະຜູ້ແທນລາວ ສໍາເລັດການເຂົ້າຮ່ວມ ກອງປະຊຸມເວທີປະຊາທິປະໄຕບາຫລີ ຄັ້ງທີ 9

Published on

ຂປລ. ທ່ານ ພົງສະຫວັດ ບຸບຜາ, ອະດີດລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການ ສໍານັກງານປະທານປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມປະຊຸມເວທີປະຊາທິປະໄຕບາຫລິ ຄັ້ງທີ 9 Bali Democracy Forum (BDF)”ພາຍໃຕ້ຫົວຂໍ້ “ສາສະໜາ, ປະຊາທິປະໄຕ ແລະ ຄວາມຫລາກຫລາຍ”, ເຊິ່ງໄດ້ຈັດຂຶ້ນລະຫວ່າງ ວັນທີ 8-9 ທັນວາ 2016, ທີ່ບາຫລີ, ສາທາລະນະອິນໂດເນເຊຍ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີຄະນະຜູ້ແທນທີ່ມາຈາກ 96 ປະເທດ, ໃນນັ້ນລວມມີ ບັນດາປະເທດໃນພາກພື້ນອາຊີປາຊີຟິກ ຕະຫລອດຮອດເອີຣົບ, ອາເມລິກາ ແລະ ອາຟຣິກາ.

ຫົວໜ້າຄະນະຜູ້ແທນລາວ ໄດ້ເປັນກຽດຂຶ້ນກ່າວບົດຄໍາເຫັນ ໃນພາກອະຟິປາຍທົ່ວໄປ. ທ່ານໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມເສົ້າສະຫລົດໃຈຢ່າງຈິງ ແລະ ເຫັນອົກເຫັນໃຈ ຕໍ່ລັດຖະບານອິນໂດເນເຊຍ ແລະ ຜູ້ຖືກເຄາະຮ້າຍ ຈາກເຫດການແຜ່ນດິນໄຫວຢູ່ແຂວງອາເຈ (Aceh) ເຊິ່ງສ້າງຄວາມເສຍຫາຍຕໍ່ຊັບສິນ ແລະ ຊີວິດ ຂອງປະຊາຊົນອິນໂດເນເຊຍ ທີ່ດໍາລົງຊີວິດຢູ່ແຂວງດັ່ງກ່າວ.

ຫົວໜ້າຄະນະຜູ້ແທນລາວ ໄດ້ໃຫ້ທັດສະນະວ່າ: ສາສະໜາ, ປະຊາທິປະໄຕ ແລະ ຄວາມຫລາກຫລາຍ ແມ່ນຄ່ານິຍົມທີ່ມີລັກສະນະສາກົນ ບົນພື້ນແຫ່ງຄວາມສະໝັກໃຈ ທີ່ສະແດງອອກຕາມຄວາມມຸ່ງຫວັງຂອງປະຊາຊົນ ໃນການກໍານົດສາສະໜາ, ລະບົບການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທໍາຂອງຕົນເອງ ແລະ ການມີສ່ວນຮ່ວມຢ່າງເຕັມທີ່ໃນທຸກດ້ານ ຂອງການເຄື່ອນໄຫວ ດໍາລົງຊີວິດຂອງຕົນ. ນອກນັ້ນ, ຫົວໜ້າຄະນະຜູ້ແທນລາວ ໄດ້ຢືນຢັນວ່າ ປະຊາທິປະໄຕທີ່ແທ້ຈິງຄວນເບິ່ງວ່າປະຊາຊົນ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເມື່ອປະເທດໃດປະເທດໜຶ່ງ ຮັກສາຄ່ານິຍົມທີ່ວ່າລັດຖະບານຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ນັ້ນໝາຍເຖິງລະບົບປະຊາທິປະໄຕທີ່ແທ້ຈິງ ໂດຍບໍ່ຂຶ້ນກັບວ່າ ຈະເປັນລະບົບການເມືອງ, ລະບົບພັກ ຫລື ລະບົບການເລືອກຕັ້ງທີ່ປະເທດນັ້ນຮັບຮອງເອົາ.

ທ່ານຍັງໄດ້ຍົກໃຫ້ເຫັນຕື່ມວ່າ: ລາວມີປະສົບການໃນການເຄື່ອນໄຫວເຕົ້າໂຮມສາສະໜາ, ເຊິ່ງສະແດງອອກຜ່ານແນວລາວຮັກຊາດ, ປັດຈຸບັນ ​ເອີ້ນວ່າ ແນວລາວສ້າງຊາດ ມີພາລະບົດບາດສໍາຄັນ ໃນການເຕົ້າໂຮມປະຊາຊົນລາວບັນດາເຜົ່າທຸກສາສະໜາ ແລະ ຊັ້ນຄົນໃນທົ່ວປະເທດ ເຂົ້າຮ່ວມການເຄື່ອນໄຫວຕໍ່ສູ້ກັບພວກລ່າເມືອງຂຶ້ນ, ເພື່ອຍາດແຍ່ງເອົາເອກະລາດແຫ່ງຊາດ ແລະ ອິດສະລະພາບຂັ້ນພື້ນຖານ. ການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນໃນທຸກສາສະໜາ,  ລວມທັງຜູ້ທີ່ບໍ່ຖືສາສະໜາ ສາມາດນໍາເອົາໄຊຊະນະ ມາສູ່ກໍາມືຂອງປະຊາຊົນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສໍາເລັດ ໃນວັນທີ 2 ທັນວາ 1975.  ມາຮອດປັດຈຸບັນ, ຄວາມຫລາກຫລາຍຂອງປະຊາຊົນບັນດາເຜົ່າ ໄດ້ຍັງຄົງໄດ້ຮັບການປົກປັກຮັກສາ ແລະ ຄວາມເຊື່ອຂອງປະຊາຊົນໃນສາສະໜາ ຕະຫລອດຮອດການເຄື່ອນໄຫວຊີວິດປະຈໍາວັນຂອງເຂົາເຈົ້າ ໄດ້ຮັບການປົກປ້ອງຈາກລັດຖະທໍາມະນູນ ແລະ  ກົດໝາຍຢູ່ ສປປ ລາວ.

ກອງປະຊຸມ ເວທີປະຊາທິປະໄຕບາຫລີ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2008 ໂດຍທ່ານ H. SusiloBambangYudhoyono, ອະດີດປະທານປະເທດຂອງ ສາທາລະນະລັດອິນໂດເນເຊຍ, ເຊິ່ງມີຈຸດປະສົງ ເພື່ອສົ່ງເສີມການພັດທະນາປະຊາທິປະໄຕໃນພາກພື້ນ. ການສົນທະນາປຶກສາຫາລື ໃນກອງປະຊຸມເວທີປະຊາທິປະໄຕບາຫລີ ແມ່ນບົນພື້ນຖານການເປີດກວ້າງ, ການອະຟິປາຍແບບສ້າງສັນ, ແລະ ການແລກປ່ຽນປະສົບການຈາກແຕ່ລະປະເທດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...

ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th SCO Summit) ໃນລະຫວ່າງວັນທີ 31ສິງຫາ - 1...