Homeຂ່າວຕ່າງປະເທດເຄື່ອງບິນກອງທັບເຮືອ US ຕົກເຂດແຄມຝັ່ງຍີ່ປຸ່ນເຈັບ 5

ເຄື່ອງບິນກອງທັບເຮືອ US ຕົກເຂດແຄມຝັ່ງຍີ່ປຸ່ນເຈັບ 5

Published on

ເຄື່ອງບິນກອງທັບເຮືອສາຫະລັດ ໃນຍີ່ປຸ່ນ ຕົກລະຫວ່າງບິນໃນເຂດເກາະໂອກິນາວະ ບາດເຈັບ 5 ຄົນ ທາງການເລັ່ງສືບສວນຫາສາເຫດ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 14 ທັນວາ ທີ່ຜ່ານມາວ່າ: ກອງທັບເຮືອຂອງສາຫະລັດ ລະງັບການບິນຂອງເຄື່ອງບິນກອງບິນ ອອສເພຣຍ໌ ທຸກຖ້ຽວບິນໃນຍີ່ປຸ່ນ ຫຼັງເກີດເຫດການເຄື່ອງບິນຕົກທີ່ແຄມຝັ່ງເກາະໂອກິນາວະ ຂອງຍີ່ປຸ່ນ ເຫດການດັ່ງກ່າວເກີດຂຶ້ນເມື່ອເວລາ 22:00 ນາທີ ຂອງວັນທີ 13 ທັນວາທີ່ຜ່ານມາ ມີສະມາຊິກ ແລະລູກເຮືອໄດ້ຮັບບາດເຈັດ 5 ຄົນ ເລັ່ງທໍາການຄົ້ນຫາຈຸດອັນຕະລາຍໃນພື້ນທີ່ທັນທີຫຼັງເກີດເຫດ ຊຶ່ງມີຕໍານິດ້ານຄວາມປອດໄພຂອງກອງທັບສາຫະລັດ ແລະກອງບິນອອສເພຣຍ໌ທັນທີຫຼັງເກີດເຫດ ມີການປະສານງານເຮລິຄອມເຕີ ແລະເຄື່ອງບິນ ລວມເຖິງໜ່ວຍງານທີ່ກ່ຽວຂ້ອງໃນເຫດການຢ່າງທົ່ວເຖິງໃນທັນທີດ້ວຍ ແລະເຈົ້າໜ້າທີ່ກອງທັບເຮືອຂອງສາຫະລັດ ປະກາດເລັ່ງກວດສອບເຫດການດັ່ງກ່າວຢ່າງຮີບດ່ວນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...