spot_img
Homeນານາສາລະ7 ປະໂຫຍດຈາກນໍ້າຫວ້ານຫາງແຂ້ ດື່ມເພື່ອລ້າງສານພິດ

7 ປະໂຫຍດຈາກນໍ້າຫວ້ານຫາງແຂ້ ດື່ມເພື່ອລ້າງສານພິດ

Published on

ປະໂຫຍດຈາກຫວ້ານຫາງແຂ້ມີຫຼາຍຢ່າງ ທີ່ໂດດເດັ່ນຄືກັນກັບສະໝຸນໄພຊະນິດອື່ນໆ ມີສັບພະຄຸນຮັກສາໄດ້ທັງພາຍໃນ ແລະພາຍນອກ ມີປະໂຫຍດທາງດ້ານຄວາມງາມອີກຫຼາຍ, ນໍ້າຫວ້ານຫາງແຂ້ ກໍມີປະໂຫຍດຫຼາຍຢ່າງດັ່ງນີ້

  1. ລ້າງສານພິດ: ການດື່ມນໍ້າຫວ້ານຫາງແຂ້ ຈະຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ, ຂັບຖ່າຍສິ່ງເສດເຫຼືອໄດ້ດີ, ລ້າງສານພິດທີ່ຕົກຄ້າງດ້ວຍລິດເຢັນຂອງຫວ້ານຫາງແຂ້, ສາມາດບັນເທົາອາການອັກເສບ ແລະຄາຍຄວາມຮ້ອນພາຍໃນຮ່າງກາຍໄດ້
  2. ມີວິຕາມິນ ແລະແຮ່ທາດ: ມີວິຕາມິນເອ, ຊີ, ອີ, ບີ1​, ບີ3, ບີ​6, ບີ12 ແລະກົດໂຟລິກ ແລະຍັງມີແຄວຊຽມ, ແມັກນີຊຽມ, ສັງກະສີ, ທາດເຫຼັກ, ເຊເຣນຽມ, ໂທແທັສຊຽມ ເຊິ່ງມີວິຕາມິນ ແລະແຮ່ທາດເຫຼົ່ານີ້ ມີປະໂຫຍດຕໍ່ການເຮັດວຽກຂອງລະບົບໃນຮ່າງກາຍ ສ້າງພູມຄຸ້ມກັນໃນຮ່າງກາຍໃຫ້ແຂງແຮງ
  3. ປັບພາວະກົດດ່າງໃນຮ່າງກາຍ: ພາວະເປັນກົດ ແລະດ່າງໃນຮ່າງກາຍສຳຄັນຫຼາຍ ສະພາບຮ່າງກາຍດີ ຈະຕ້ອງມີຄວາມເປັນດ່າງ ຫຼາຍກວ່າຄວາມເປັນກົດ ແລະປະໂຫຍດຈາກຫວ້ານນໍ້າຫາງແຂ້ ມີສ່ວນຊ່ວຍປັບຄວາມເປັນກົດໃນຮ່າງກາຍໃຫ້ກາຍເປັນດ່າງ ສົ່່ງຜົນໃຫ້ສຸຂະພາບດີ
  4. ຊ່ວຍໃຫ້ຫົວໃຈແຂງແຮງ: ເພາະຫວ້ານຫາງແຂ້ຊ່ວຍໃຫ້ການຂົນສົ່ງ ແລະການກະຈາຍຂອງອົກຊີໃນເມັກເລືອດແດງເຮັດວຽກໄດ້ດີຂຶ້ນ ຊ່ວຍຫຼຸດລະດັບຄໍເລດເຕີລໍດ້ວຍການຄວບຄຸມຄວາມດັນເລືອດ ແລະຫຼຸດການອົກຊີເດຊັ່ນໃນເລືອດໄດ້ດີ, ເຮັດໃຫ້ຄວາມໜຽວຂອງເລືອດຫຼຸດລົງ ຫາກດື່ມນໍ້າຫວ້ານຫາງແຂ້ຕະຫຼອດ
  5. ຊ່ວຍຫຼຸດນໍ້າໜັກ: ການດື່ມນໍ້າຫວ້ານຫາງແຂ້ກ່ອນອາຫານ ຫຼືກ່ອນອອກກຳລັງກາຍ ຈະຊ່ວຍໃຫ້ຮ່ງາກຍເກີດການເຜົາຜານແຄລໍລີ່ໄດ້ໄວ ແລະຍັງຊ່ວຍພັດທະນາການກ້າມເນື້ອ
  6. ຊ່ວຍເຜົາຜານອາຫານ: ການກິນນໍ້າຫວ້ານຫາງແຂ້ ຈະຊ່ວຍໃຫ້ເຜົາຜານອາຫານໄດ້ໄວ, ນອກຈາກນີ້ ຫວ້ານຫາງແຂ້ຍັງອຸດົມດ້ວຍສານອາຫານຫຼາຍຊະນິດເຊັ່ນ: ກົດໂຟລິກ ທີ່ຊ່ວຍໃຫ້ມີແຮງຫຼາຍຂຶ້ນ
  7. ເປັນຢາຕ້ານແບັກທີເລຍ: ມີການວິໄຈພົບວ່າ ນໍ້າຫວ້ານຫາງແຂ້ເປັນຢາຕ້ານແບັກທີເລຍ ແລະຊ່ວຍປ້ອງກັນການຕິດເຊື້ອ ໂດຍສະເພາະຜູ້ທີ່ເປັນພະຍາດທາງເດີນອາຫານອັກເສບ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...