spot_img
Homeຂ່າວຕ່າງປະເທດຍິງໄວຊະລາເກືອບຕົກຕຶກພ້ອມກົງກັນຂະໂມຍ ຫຼັງຂຶ້ນໄປເຊັດແວ່ນ

ຍິງໄວຊະລາເກືອບຕົກຕຶກພ້ອມກົງກັນຂະໂມຍ ຫຼັງຂຶ້ນໄປເຊັດແວ່ນ

Published on

ອີງຕາມຂ່າວຕ່າງປະເທດລາຍງານໃນວັນທີ 14 ທັນວ່ານີ້ວ່າ: ເມື່ອວັນທີ 10 ທັນວາທີ່ຜ່ານມາ ເວລາປະມານ 10:10 ນາທີ ເຈົ້າໜ້າທີ່ຕໍາຫຼວດໄດ້ຮັບແຈ້ງເຫດຈາກຊາວບ້ານວ່າ ເກີດເຫດຍິງໄວຊະລາຄົນໜຶ່ງຕົກໄປຢູ່ໃນກົງກັນຂະໂມຍທີ່ຫຼຸດລົງມາຄ້າງຕິ່ງລະບຽງຈາກຊັ້ນ 5 ເຂດຊຸມຊົນຈຽງເຈີຍຫຍວນ ເຂດກູ່ໂຫລວ ເມືອງຫນານຈິງ ມົນທົນຈຽງຊູ ຂອງປະເທດຈີນ

ຫຼັງເຈົ້າໜ້າຕໍາຫຼວດ ແລະໜ່ວຍກູ້ໄປໄປຮອດທີ່ເກີດເຫດ ພົບຍິງໄວຊະລາ ອາຍຸ 66 ປີ ເກາະຢູ່ໃນກົງກັນຂະໂມຍປ່ອງຢ້ຽມທີ່ຫຼຸດອອກມາຄ້າງຢູ່ ຊຶ່ງເຈົ້າໜ້າທີ່ຮີບເຂົ້າຊ່ວຍເຫຼືອຈົນສາມາດພາລົງມາໄດ້ສໍາເລັດ

ໂດຍຍິງຄົນດັ່ງກ່າວເລົ່າວ່າ ແວ່ນປ່ອງຢ້ຽມລະບຽງເປື້ອນ ຈຶ່ງໄດ້ຂຶ້ນໄປເຊັດທໍາຄວາມສະອາດ ແຕ່ຄິດບໍ່ເຖິງວ່າກົງເຫຼັກກັນຂະໂມຍຈະຫຼຸດອອກ ແຕ່ໂຊກດີທີ່ຮູອີກ 2 ສົ້ນຍັງແໜ້ນ ຈຶ່ງບໍ່ເຮັດໃຫ້ຕົກລົງມາພື້ນດິນ.

 

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...