Homeຂ່າວຕ່າງປະເທດອິນເດຍຈັບປະຊາຊົນ ທີ່ບໍ່ຢືນເຄົາລົບເພງຊາດກ່ອນເບິ່ງຮູບເງົາ

ອິນເດຍຈັບປະຊາຊົນ ທີ່ບໍ່ຢືນເຄົາລົບເພງຊາດກ່ອນເບິ່ງຮູບເງົາ

Published on

ຕາມການລາຍງານຂ່າວຕ່າງປະເທດເມື່ອວັນທີ 14 ທັນວາ 2016 ວ່າ ຄົນອິນເດຍ 12​ ຄົນຖືກຈັບ ໃນວັນຈັນ ວັນທີ 12 ທັນວາ 2016 ຜ່ານມາ ເພາະພວກເຂົາປະຕິເສດທີ່ຈະຢືນສະແດງຄວາມເຄົາລົບ ເມື່ອເພງຊາດເລີ່ມຂຶ້ນ ກ່ອນເບິ່ງຮູບເງົາ

ເຫດການດັ່ງກ່າວເກີດຂຶ້ນ ຢູ່ເທດສະການຮູບເງົາໃນເມືອງ Trivandrum ຂອງລັດ ເກຣລະ ຫຼັງຈົບການສາຍຮູບເງົາ ບັນດາຜູ້ທີ່ບໍ່ຢືນສະແດງຄວາມເຄົາລົບຖືກຈັບ ໃນຂໍ້ຫາບໍ່ປະຕິບັດຕາມຕຳສັ່ງຂອງທາງການ ເຊິ່ງກໍ່ຄວາມລຳຄານ ແລະທຳລາຍຄວາມສະຫງົບຂອງຄົນອື່ນ

ສິ່ງທີ່ເກີດຂຶ້ນນັ້ນແມ່ນຜົນມາຈາກ ສານສູງຂອງອິນເດຍ ອອກຄຳສັ່ງໃຫ້ໂຮງຮູບເງົາທຸກໂຮງ ຕ້ອງເປີດເພງຊາດກ່ອນຈະສາຍຮູບເງົາ ເພື່ອໃຫ້ປະຊາຊົນລຸກຂຶ້ນຢືນສະແດງຄວາມເຄົາລົບ ໂດຍພາບທີ່ສາຍຈະເປັນທຸງຊາດຂອງອິນເດຍ, ໃນລະຫວ່າງທີ່ເພງຊາດເປີດຢູ່ ປະຕູຮູບເງົາຈະຖືກປິດ ແລະບໍ່ອະນຸຍາດໃຫ້ໃຜຍ່າງໄປມາ , ເຊິ່ງຄັ້ງນີ້ບໍ່ແມ່ນຄັ້ງທຳອິດ ທີ່ຄົນອິນເດຍຫຼາຍຄົນຖືກຈັບ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...