Homeນານາສາລະເທັກນິກຊ່ວຍໃຫ້ນອນຫຼັບງ່າຍພາຍໃນ 60 ວິນາທີ

ເທັກນິກຊ່ວຍໃຫ້ນອນຫຼັບງ່າຍພາຍໃນ 60 ວິນາທີ

Published on

ເທັກນິກຫາຍໃຈແບບ 4-7-8 ຈະຊ່ວຍໃຫ້ເຮົານອນຫຼັບພາຍໃນເວລາ 60 ວິນາທີ ໂດຍມີຫຼັກການຄື ການປອຍວາງລະບົບປະສາດໃຫ້ຢູ່ໃນພາວະສະຫງົບໂດຍທໍາມະຊາດ ຊຶ່ງກໍຄືການຜ່ອນຄາຍຄວາມຄຽດ ແລະຄາຍພະວະຕຶງຂອງຮ່າງກາຍ ມີວິທີດັ່ງນີ້:

  1. ກະຕຸກປາຍລິ້ນຂຶ້ນແຕະເພດານປາກໃຫ້ຢູ່ໃນລະດັບເທິງແຂ້ວ ແລະວາງປາຍລິ້ນຢູ່ໃນຕໍາແໜ່ງນັ້ນຕະຫຼອດ
  2. ຜ່ອນລົມຫາຍໃຈຜ່ານຊ່ອງປາກໃຫ້ເຕັມທີ່ ຈົນມີສຽງ
  3. ງັບຮີມປາກແລ້ວຫາຍໃຈເຂົ້າຢ່າງຊ້າໆ ຜ່ານທາງດັງແລ້ວນັບໃນໃຈ 1-4
  4. ກັ້ນລົມຫາຍໃຈແລ້ວນັບ 1-7
  5. ຈາກນັ້ນຜ່ອນລົມຫາຍໃຈຜ່ານຊ່ອງປາກໃຫ້ເຕັມທີ່ ຈົນເກີດສຽງ ໂດຍນັບໃນໃຈ 1-8
  6. ຈາກນັ້ນງັບຮີມປາກແລ້ວຫາຍໃຈເຂົ້າຊ້າໆ ຜ່ານທາງດັງແລ້ວນັບ 1-4 ເຮັດຂັ້ນຕອນນີ້ 4-6 ແບບນີ້ອີກ 3 ຄັ້ງ

ຂໍ້ດີຂອງເທັກນິກການຫາຍໃຈແບບນີ້ຄື:

  1. ຊ່ວຍໃຫ້ຮ່າງກາຍໄດ້ຮັບອອກຊີເຈນໃນປະລິມານທີ່ເພີ່ມຂຶ້ນ ຈະຊ່ວຍໃຫ້ຜ່ອນຄາຍລະບົບປະສາດໃຫ້ຄາຍຄວາມຄຽດ ແລະທັງເປັນການຝຶກສະມາທິ
  2. ຊ່ວຍປັບຄວາມສົມດຸນລະບົບ ການທໍາງານຂອງລະບົບປະສາດ ທີ່ຖືກກະຕຸ້ນໃຫ້ເຄັ່ງຄຽດຈາກການເຮັດວຽກງານ
  3. ຊ່ວຍໃຫ້ເຊື່ອມຕໍ່ລົມຫາຍໃຈກັບຮ່າງກາຍໃຫ້ເປັນໜຶ່ງດຽວ ແລະຊ່ວຍດຶງອອກຈາກຄວາມຄິກມົກມຸ່ນຢູ່ ຊຶ່ງເປັນສາເຫດທີ່ເຮັດໃຫ້ນອນບໍ່ຫຼັບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...