spot_img
Homeຊີວິດແລະຄວາມຮັກວິທີເຮັດໃຫ້ຜູ້ຊາຍ ຮັກເຈົ້າຫຼາຍຂຶ້ນກວ່າເກົ່າ

ວິທີເຮັດໃຫ້ຜູ້ຊາຍ ຮັກເຈົ້າຫຼາຍຂຶ້ນກວ່າເກົ່າ

Published on

ວິທີທີ່ຈະເຮັດໃຫ້ຜູ້ຊາຍຮັກເຈົ້າຫຼາຍຂຶ້ນນັ້ນ ບໍ່ໄດ້ຍາກເກີນຄວາມສາມາດຂອງເຈົ້າ ເພາະຖ້າຫາກເຈົ້າເຮັດໄດ້ດັ່ງວິທີທີ່ເວົ້າມານີ້ ຈະເຮັດໃຫ້ຜູ້ຊາຍທີ່ເຈົ້າຮັກ ກັບມາຮັກເຈົ້າຫຼາຍຂຶ້ນແນ່ນອນ

  1. ເຈົ້າຕ້ອງຮຽນຮູ້ເລື່ອງອາຫານ: ອາຫານຊະນິດໃດ, ລົດຊາດແບບໃດ ທີ່ເຂົາມັກ, ຜູ້ຊາຍບາງຄົນອາຫານປະເພດໃດກໍກິນໄດ້ ແຕ່ຖ້າຫາກອາຫານທີ່ເຈົ້າແຕ່ງແຊບຫຼາຍ ຈະເຮັດໃຫ້ເຂົາ ຢາກກິນອາຫານທີ່ເຈົ້າແຕ່ງ ແລະຕ້ອງຂໍໃຫ້ເຈົ້າແຕ່ງກິນໃຫ້ຕະຫຼອດ
  2. ບໍ່ຄວນປ່ອຍໂຕຫຼາຍເກີນໄປ: ຕ້ອງຮັກສາສຸຂະພາບສະເໝີ ແຕ່ງຕົວຢ່າງເໝາະສົມ, ເຖິງຈະມີແຟນ ຫຼືສາມີແລ້ວກໍຕ້ອງ ແຕ່ງໂຕໃຫ້ດີໄວ້ ເພາະຜູ້ຊາຍມັກຄວາມງາມສະເໝີ
  3. ຢ່າມັກຈົ່ມ: ຈະເຮັດຫຍັງກໍມີແຕ່ຈົ່ມຢູ່ສະເໝີ ຫຼືມັກໃຊ້ຄຳເວົ້າບັງຄັບໃຫ້ເຂົາເຮັດຕາມໃຈເຈົ້າ, ບໍ່ມີຜູ້ຊາຍຄົນໃດມັກຜູ້ຍິງຈຸກຈິກຈູ້ຈີ້ ຫຼືມັກຈົ່ມ ເພາະເຂົາອາດຮູ້ສຶກລຳຄານເຈົ້າໄດ້
  4. ຢ່າມັກຈັບຜິດຫຼາຍ: ເພາະການຖືກຈັບຜິດຕະຫຼອດ ບໍ່ມີຜູ້ຊາຍຄົນໃດມັກ ແລະເປັນຄືກັບການບໍ່ໃຫ້ກຽດກັນ, ບໍ່ເຊື່ອໃຈກັນ,
  5. ຕ້ອງຮູ້ຈັກໃຫ້ອະໄພ: ເມື່ອເຂົາຮູ້ໂຕວ່າເຮັດຜິດ ແລະຍອມສາລະພາບ ເຈົ້າກໍຄວນໃຫ້ອະໄພ ແລະບໍ່ຄວນເອົາເລື່ອງເກົ່າມາເວົ້າຕະຫຼອດ ເພາະຈະເຮັດໃຫ້ຜູ້ຊາຍບໍ່ມັກ
  6. ເຈົ້າຕ້ອງບໍ່ຕົວະ: ເຈົ້າບໍ່ຄວນຕົວະເຂົາ ເພາະການຕົວະແລ້ວ ຖ້າຈັບໄດ້ ເຂົາຈະຮູ້ສຶກວ່າຖືກຕົວະ ແລະລະແວງຂາດຄວາມໄວ້ໃຈໃນຕົວເຈົ້າໄດ້
  7. ສຳລັບຄົນທີ່ແຕ່ງງານແລ້ວ: ເຈົ້າຕ້ອງເປັນຄົນເລີ່ມຕ້ອງການມີເພດສຳພັນ ເພາະຈະເຮັດໃຫ້ເຂົາມັກຮັກເຈົ້າຫຼາຍຂຶ້ນ

ວິທີທີ່ເວົ້າມາຂ້າງເທິງນັ້ນ ບໍ່ຍາກເກີນໄປ ຖ້າຫາກເຈົ້າຈະເລີ່ມປະຕິບັດ ເພາະຄົນສອງຄົນໃຊ້ຊີວິດຮ່ວມກັນ ຍ່ອມມີຄວາມບໍ່ເຂົ້າໃຈກັນ, ແຕ່ບາງຄັ້ງການບໍ່ເຂົ້າໃຈກັນ ກັບທຳລາຍຊີວິດທັງສອງລົງໄດ້
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...