Homeຂ່າວຕ່າງປະເທດປູຕິນ ຫວັງຄວາມສໍາພັນຢີ່ປຸ່ນ-ລັດເຊຍຢູ່ໃນລະດັບປົກກະຕິ

ປູຕິນ ຫວັງຄວາມສໍາພັນຢີ່ປຸ່ນ-ລັດເຊຍຢູ່ໃນລະດັບປົກກະຕິ

Published on

ປູຕິນ ກຽມເດີນທາງຢ້ຽມຢາມຢີ່ປຸ່ນກາງເດືອນນີ້ ຫວັງຄວາມສໍາພັນ 2 ຊາດ ກັບມາຢູ່ໃນລະດັບປົກກະຕິ

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 13 ທັນວາ ຜ່ານມາວ່າ: ລາດິເມຍ ປູຕິນ ປະທານາທິບໍດີລັດເຊຍ ກ່າວຢາກໃຫ້ຄວາມສໍາພັນລັດເຊຍ ແລະຢີ່ປຸ່ນສູ່ລະດັບປົກກະຕິໂດຍສົມບູນ ຕາມທີ່ສື່ລັດເຊຍລາຍງານ ໂດຍປູຕິນກ່າວອີກວ່າ ບໍ່ມີສົນທິສັນຍາສະຫງົບສຸກລະຫວ່າງລັດເຊຍ ແລະຢີ່ປຸ່ນຢ່າງແນ່ນອນ

ທັງນີ້ ຜູ້ນໍາລັດເຊຍ ກຽມເດີນທາງຢ້ຽມຢາມຢີ່ປຸ່ນຢ່າງເປັນທາງການໃນລະຫວ່າງວັນທີ 15-16 ທັນວາທີ່ຊິມາເຖິງນີ້

ຊຶ່ງຄວາມສໍາພັນຂອງທັງ 2 ຊາດ ຢູ່ໃນລະດັບບໍ່ຄ່ອຍດີ ຈາກກໍລະນີພິພາກພື້ນທີ່ທາງທະເລ ທີ່ເປັນປັນຫາຊໍ້າເຮື້ອມາຕະຫຼອດ 60 ປີ ຈາກການທີ່ທັ້ງ 2 ປະເທດ ບໍ່ສາາດຕົກລົງສິດທິການຄອບຄອງພື້ນທີ່ພິພາກໄດ້ ຫຼັງສິ້ນສຸດສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...