spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວບູຮານຄະດີລາວ ແລະປະຫວັດສາດລາວ ຕອນ "ເມືອງລຸງ ແລະເມືອງປາ"

ບູຮານຄະດີລາວ ແລະປະຫວັດສາດລາວ ຕອນ “ເມືອງລຸງ ແລະເມືອງປາ”

Published on

ຊົນຊາດລາວໄດ້ເດີນທາງອອກຈາກເບື້ອງເຫນືອຂອງພູເຂົາອັນໄຕແລ້ວກໍພາກັນໄປຕັ້ງເມືອງຂຶ້ນເປັນ 2 ເມືອງເຊິ່ງມີຊື່ວ່າ ເມືອງລຸງ ແລະເມືອງປາ, ເມືອງລຸງ ຕັ້ງຢູ່ຕາມແມ່ນໍ້າຮວາງໂຫ່ (ຢູ່ທາງເຫນືອສາຍນໍ້າ) ແລະເມືອງປາ ຕັ້ງຕາມແມ່ນໍ້າ ຮວາງໂຫ່ (ຢູ່ທາງໃຕ້ສາຍນໍ້າ) ຕໍ່ມາໄດ້ຕັ້ງອີກເມືອງຫນຶ່ງຊື່ວ່າ ເມືອງງ້ຽວ ຢູ່ທາງໃຕ້ເມືອງປາ ລົງໄປອີກ ຕັ້ງຢູ່ຕາມສາຍນໍ້າຢັງຊີກຽງ ທັງສາມເມືອງຖືວ່າ ເມືອງງ້ຽວ ເປັນເມືອງໃຫຍ່ກວ່າຫມູ່

ໃນຂະນະນັ້ນ ຊົນຊາດອື່ນເອີ້ນຊົນຊາດລາວວ່າ “ມຸງ“ ພະເຈົ້າແຜ່ນດິນໄດ້ສົ່ງພະລາຊະທູດ ຈະເລີນທາງພະຣາຊະໄມຕີຢູ່ເມືອງປາ ຫລືນະຄອນປາ ພະເຈົ້າແຜ່ນດິນມີນາມວ່າ “ອູ້ເຕ້” ໄດ້ຈັດໃຫ້ມີການສຳຫລວດແຜ່ນດິນ “ຈີນ“ ແລະປາກົດວ່າແຜ່ນດິນຈີນ ຢູ່ຕິດກັບນະຄອນທັງສາມຂອງລາວ ຈີນຢູ່ທາງທິດເຫນືອ ຕໍ່ມາລາວໄດ້ຕັ້ງເມືອງຂຶ້ນອີກ ເມືອງຫນຶ່ງຊື່ວ່າ ເມືອງຊຽງອ່ານ ຢູ່ທາງທິດຕາເວັນອອກຂອງນະຄອນທັງສາມ

ກ່ອນພຸດທະການປະມານ 400 ປີພວກຕາກໄດ້ຍົກກອງທັບເຂົ້າຮຸກຮານຍາດຊິງເອົາແຜ່ນດີນຈີນ ພວກຈີນໄດ້ຮັບຄວາມເດືອດຮ້ອນ ຈຶ່ງພາກັນອົບພະຍົບລົງມາທາງໃຕ້ ມາອາໄສຢູ່ນຳຄົນລາວ ແລະຄົນລາວກໍໄດ້ຊ່ວຍເຫລືອຄົນຈີນເປັນຢ່າງດີ. ພວກຕາກໄລ່ຕີຈີນ ຈົນຮອດນະຄອນຊຽງອານ ນະຄອນລຸງແລະ ນະຄອນງ້ຽວ ອັນໄດ້ເຮັດໃຫ້ພວກຄົນລາວໄດ້ຮັບຄວາມເດືອດຮ້ອນໄປນຳຈຶ່ງພາກັນອົບພະຍົບໄປຢູ່ນະຄອນປາ

ຕໍ່ມາອີກ70ປີ ການສູ້ຮົບລະຫວ່າງພວກຕາກ ແລະຈີນ ຈຶ່ງເກີດເປັນການຖືເອົາໂອກາດຂອງພວກຈີນຕີເອົານະຄອນລຸງ ແລະ ນະຄອນປາຂອງລາວພ້ອມກັນ ພວກຄົນລາວຈຶ່ງແຕກສະລຸພຸຜ່າຍລົງມາທາງໃຕ້ອີກ, ສົງຄາມໄດ້ເກີດຂຶ້ນແລະແຜ່ຍາວ ເຊິ່ງບໍ່ແມ່ນແຕ່ຈີນກັບຕາກເທົ່ານັ້ນ ຈີນຍັງໄດ້ຮົບເລວກັບລາວນຳອີກ ພວກຄົນລາວຈຶ່ງປະຖິ້ມເມືອງລຸງ ແລະເມືອງຊຽງອານ ແລ້ວມາໂຮມກັນຢູ່ເມືອງປາ, ເມືອງງ້ຽວ ແລະສ້າງອີກເມືອງຫນຶ່ງຄືເມືອງ “ເສສວນ“ ຢູ່ທາງທິດຕາເວັນຕົກຂອງນະຄອນທັງສາມ ເວລານັ້ນຄົນຈີນເອີ້ນລາວວ່າ “ໄຕ“ ແລະຄຳ “ໄຕ” ກໍພ້ຽນມາເປັນ ໄທ້ ຫລື ໄທ ເຊິ່ງແລ້ວແຕ່ພວກຈີນຈະເອີ້ນຂານພ້ຽນໄປ ບາງສຳນຽງເວົ້າຂອງແຕ່ລະເຜົ່າຂອງຈີນ ບາງຜ່ອງກໍເອີ້ນວ່າ “ດາວ ຫລື ລົວະ ຫລື ໄຕ ຫລື ລະວາ ເປັນຕົ້ນ

ຂອບໃຈຂໍ້ມູນດີໆຈາກ: ບູຮານຄະດີ ແລະປະຫວັດສາດລາວ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...