Homeຂ່າວພາຍ​ໃນງານວາງສະແດງສິນຄ້າລາວ - ໄທ ປີນີ້ມີ 200 ກ່ວາບໍລິສັດເຂົ້າຮ່ວມ

ງານວາງສະແດງສິນຄ້າລາວ – ໄທ ປີນີ້ມີ 200 ກ່ວາບໍລິສັດເຂົ້າຮ່ວມ

Published on

lao thai fair

 

ງານວາງສະແດງສິນຄ້າລາວ- ໄທປະຈຳປີ 2014 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນແລງຂອງວັນທີ 30 ກໍລະກົດນີ້

ຢູ່ທີ່ສູນການຄ້າລາວໄອເຕັກ, ນະຄອນຫຼວງວຽງຈັນ, ໂດຍຈະດຳເນີນໄປຮອດວັນທີ 3 ສິ່ງຫາ ທີ່ຈະມາເຖິງ, ງານວາງສະ

ແດງສິນຄ້າຄັ້ງນີ້ ມີຫົວໜ່ວຍທຸລະກິດທັງສອງປະເທດເຂົ້າຮ່ວມກວ່າ 200 ບໍລິສັດເຂົ້າຮ່ວມ ແລະ ຫຼາຍກວ່າ 300

ຫ້ອງວາງຂາຍສິນຄ້າ, ໃນນັ້ນມີຫ້ອງວາງ ສະແດງຂາຍສິນຄ້າຈາກປະເທດໄທ 250 ຫ້ອງ ສ່ວນໃຫຍ່ແມ່ນສິນຄ້າປະເພດ

ເອເລັກໂຕຣນິກ, ອາໄຫຼ່ລົດຍົນ, ເຄື່ອງໃຊ້ສອຍຕ່າງໆ, ລວມໄປເຖິງເສື້ອຜ້າ ແລະ ເຄື່ອງບໍລິໂພກ.

 

ງານວາງສະແດງດັ່ງກ່າວ ນອກຈາກຈະເປັນງານວາງສະແດງສິນຄ້າຮ່ວມກັນເປັນປະຈຳແລ້ວ, ຍັງເປັນການສ້າງມູນຄ່າ

ແລກປ່ຽນສິນຄ້າລະຫວ່າງລາວໄທໃຫ້ສູງຂຶ້ນ ແລະ ສົ່ງເສີມຕະຫຼາດຂອງສອງປະເທດ ທັງເປັນການຕະຕຸ້ນໃຫ້ນັກທຸລະກິດ

ຂະໜາດນ້ອຍ ແລະ ກາງ ຂະຫຍາຍຕະຫຼາດໄປສູ່ປະເທດເພື່ອນບ້ານ ທັງເປັນການກຽມເຂົ້າຮ່ວມປຊາຄົມເສດຖະກິດອາ

ຊຽນໃນ ປີ 2015.

 

ທ່ານ ນາງ ພິມົນ ປົງກອງແກ້ວ ອັກຄະລາຊະທູດທີ່ປຶກສາຝ່າຍການຄ້າໄທ ປະຈຳນະຄອນຫຼວງວຽງຈັນ ກ່າວວ່າ: ງານວາງ

ສະແດງສິນຄ້າລາວ- ໄທຈັດຂຶ້ນຄັ້ງທຳອິດໃນປີ 2005 ແລະ ສືບຕໍ່ຈັດມາທຸກໆປີ, ຈຸດປະສົງກໍເພື່ອສືບຕໍ່ເລີ່ມຂະຫຍາຍສາຍ

ພົວພັນການຄ້າລະຫວ່າງສອງປະເທດລາວ-ໄທໃຫ້ນັບມື້ກວ້າງຂວາງ, ກະຕຸກຊຸກຍູ້ໃຫ້ມູນຄ່າສິນຄ້າເພີ່ມຂຶ້ນ ຕາມຄາດ

ໝາຍທີ່ວາງໄວ້ ແລະ ສືບຕໍ່ໃຫ້ນັກທຸລະກິດລາວ-ໄທ ໄດ້ແລກປ່ຽນບົດຮຽນທາງການຄ້າຮ່ວມກັນ, ສ້າງໂອກາດໃຫ້ມີການ

ລົງທຶນ ທັງເປັນການເປີດກວ້າງຕະຫຼາດຈຳໜ່າຍສິນຄ້າລະຫວ່າງ ສອງປະເທດໃຫ້ນັບມື້ຫຼາຍຂຶ້ນ.

 

ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າຄັ້ງນີ້ມີ ທ່ານ ສົມວັນ ດີ ນາຖາວົງ, ຮອງເຈົ້າຄອນນະຄອນຫຼວງວຽງຈັນ, ທ່ານ

ພິສະນຸ ຈັນທະວິທັນ, ເອກອັກຄະລາຊະທູດໄທ ປະຈຳລາວ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງສອງປະເທດເຂົ້າຮ່ວມ

ເປັນຈຳນວນຫຼາຍ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/2014.html

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...