spot_img
Homeນານາສາລະ5 ນິໄສບັນທອນຊີວິດຮັກ ຢ່າເຮັດຊີວິດຮັກອາດຈົບລົງໄດ້

5 ນິໄສບັນທອນຊີວິດຮັກ ຢ່າເຮັດຊີວິດຮັກອາດຈົບລົງໄດ້

Published on

ຄວາມຮັກຂອງຄົນສອງຄົນ ຈະຍືນຍາວໄດ້ນັ້ນຕ້ອງອາໄສອົງປະກອບຫຼາຍຢ່າງ  ບົນພື້ນຖານຄວາມຮັກ ແລະຄວາມເຂົ້າໃຈ ແຕ່ນິໄສບາງຢ່າງອາດຄ່ອຍໆບັນທອນ ຈົນເວລາຜ່ານໄປອາດເຮັດໃຫ້ຊີວິດຮັກຈົບ ຫຼືພັງລົງໄດ້.

  1. ນັກຂຸດ: ມັກຂຸດຄົ້ນເລື່ອງເກົ່າໆ ບໍ່ວ່າແຟນເກົ່າ ແລະເລື່ອງທີ່ເຄີຍຜິດກັນ ເພາະເຮັດໃຫ້ກາຍເປັນເລື່ອງໃຫຍ່
  2. ບໍ່ຍອມຮັບຟັງ: ຄົນສອງຄົນຕ້ອງລົມກັນ ແລະຮັບຟັງກັນ ແລະກັນ ໃຊ້ເຫດຜົນໃນການຕົກລົງກັນ
  3. ໃຊ້ອໍານາດ: ຕ້ອງເຂົ້າໃຈວ່າຊີວິດຄົນເຮົາຕ້ອງມີເລື່ງສ່ວນໂຕ, ມີໝູ່ເພືື່ອນ, ມີສິ່ງທີ່ມັກ ຢ່າໃຊ້ອໍານາດໃນການຫ້າມເຂົາເຮັດນັ້ນເຮັດນີ້ ແລະຫ້າມໄປໃສກັບໝູ່ເພື່ອນ
  4. ມັກຊໍ້າເຕີມ: ຄົນເຮົາເຮັດຜິດພາດກັນໄດ້ ຍິ່ງເປັນຄົນຮັກກັນຄວນທີ່ຈະໃຫ້ອະໄພ, ປອບໃຈ ແລະເປັນກໍາລັງໃຈ ບໍ່ແມ່ນການຊໍ້າເຕີມ ຈະຍິ່ງເປັນການເພີ່ມຄວາມແຕກແຍກ
  5. ຂີ້ຫຶງຫຼາຍເກີນໄປ: ການຫຶງເລັກໆນ້ອຍໆກໍເປັນການດີ ແຕ່ຄົນທີ່ຮັກກັນຕ້ອງໄວ້ໃຈກັນ ແລະກັນ ບໍ່ແມ່ນອາລົມຫຶງຂຶ້ນໜ້າ ຈົນບໍ່ຍອມຟັງຫຍັງ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...