spot_img
Homeຂ່າວຕ່າງປະເທດຊາຍເຖິງກັບຊັອກ! ອອກຈາກເຮືອນພຽງເຄິ່ງຊົ່ວໂມງ ກັບມາເຮືອນທັ້ງຫຼັງຖືກຮື້ຖອນ

ຊາຍເຖິງກັບຊັອກ! ອອກຈາກເຮືອນພຽງເຄິ່ງຊົ່ວໂມງ ກັບມາເຮືອນທັ້ງຫຼັງຖືກຮື້ຖອນ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 13 ທັນວານີ້ວ່າ: ເມື່ອວັນທີ 9 ທັນວາທີ່ຜ່ານມາ ທີ່ເມືອງອູ່ຮັ່ນ ເມືອງເອກຂອງມົນທົນຫູເປ່ຍ ເກີດເຫດສຸດຊັອກ ເມື່ອເຮືອນ 2 ຊັ້ນທັ້ງຫຼັງຂອງຊາຍແຊ່ສົງຄົນໜຶ່ງຖືກຮື້ຖອນຈົນບໍ່ເຫຼືອຫຍັງເລີຍ  ເຄື່ອງຂອງໃຊ້ໃນຄົວເຮືອນ, ເຄື່ອງໃຊ້ໄຟຟ້າ ຜະລິດຕະພັນມູນຄ່າ 6-7 ໝື່ນຢວນ ລວມທັງເຄື່ອງຂອງອື່ນໆ ທັງໝົດທີ່ມີຢູ່ໃນເຮືອນຖືກຖົມຢູ່ໃຕ້ເສດເຮືອນທີ່ຫັກພັງ ຫຼັງລາວອອກຈາກບ້ານໄປຊື້ຂອງກິນເປັນເວລາພຽງເຄິ່ງຊົ່ວໂມງເທົ່ານັ້ນ.

ໂດຍເລຂານຸການສາຂາໝູ່ບ້ານກ່າວວ່າ: ເອກະສານສໍາຄັນໃນການກໍ່ສ້າງຮື້ຖອນຍັງບໍ່ໄດ້ມີການລົງລາຍເຊັ່ນສັນຍາ ຊຶ່ງຜູ້ສື່ຂ່າວໄດ້ຕິດສອບຖາມໄປຍັງຝ່າຍການດໍາເນີນການກໍ່ສ້າງຮື້ຖອນ ແລະໄດ້ຄໍາຕອບກັບມາວ່າ ທາງຝ່າຍກໍ່ສ້າງໄດ້ມີການບອກກ່າວກັບແມ່ ແລະລຸງຂອງຊາຍແຊ່ສົງແລ້ວ

ຊຶ່ງຫຼັງຈາກເລື່ອງລາວດັ່ງກ່າວຖູກເຜີຍແຜ່ອອກມາກໍມີຊາວເນັດຈໍານວນຫຼາຍເຂົ້າໄປສະແດງຄວາມຄິດເຫັນວິພາກວິຈານກັນຕ່າງໆນາໆ ທັງບອກວ່ານີ້ເປັນການທໍາລາຍຊັບສິນສ່ວນບຸກຄົນ ການເຮັດແບບນີ້ຖືວ່າເປັນການລະເມີດສິດທິຂອງຄົນອື່ນ.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...