spot_img
Homeຂ່າວຕ່າງປະເທດຣັດເຊຍເຜີຍ ການເຈລະຈາກັບອາເມຣິກາ ກ່ຽວກັບບັນຫາຢູ່ຊີຣີ ກ້າວເຂົ້າສູ່ສະພາບບໍ່ມີທາງອອກ

ຣັດເຊຍເຜີຍ ການເຈລະຈາກັບອາເມຣິກາ ກ່ຽວກັບບັນຫາຢູ່ຊີຣີ ກ້າວເຂົ້າສູ່ສະພາບບໍ່ມີທາງອອກ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ທັນວານີ້ວ່າ ທ່ານ ເຊີເກ ລາບຣອບ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ໄດ້ອອກມາເປີດເຜີຍວ່າ ການ​ເຈລະຈາ​ລະຫວ່າງ​ຣັດເຊຍ ​ແລະ ສະຫະລັດອາ​ເມ​ຣິ​ກາ ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່ຊີຣີ ​ໄດ້​ກ້າວ​ເຂົ້າ​ສູ່​ສະພາບບໍ່​ມີ​ທາງ​ອອກ ພ້ອມ​ທັງລະບຸອີກວ່າ ການ​ບຸກ​ໂຈມ​ຕີ​ຂອງ​ກຸ່ມກໍ່​ການ​ຮ້າຍລັດ​ອິດສະລາມ ຫລື ໄອເອັສ ຢູ່ເມືອງພັນໄມຣາ ອາດແມ່ນມາດຕະການຂອງອາ​ເມ​ຣິິກາ ​ແລະ ບັນດາ​ພັນທະ​ມິດ​ໃນ​ພາກ​ພື້ນ​ຈັດ​ຕັ້ງຂຶ້ນ ເພື່ອເປັນກົນອຸບາຍແນ​ໃສ່​ແກ່ຍາວ​ເວລາ​ ໃຫ້ແກ່ບັນດາກຸ່ມກະບົດຕໍ່ຕ້ານລັດຖະບານຊີຣີ ຢູ່ເມືອງອະເລບໂປ ທີ່ກຳລັງຖືກໂຈມຕີຢ່າງໜັກໜ່ວງ ໂດຍກອງກຳລັງຂອງລັດຖະບານຊີຣີ ພັນທະມິດ.

ທ່ານ ລາບຣອບ ຍັງໄດ້ກ່າວອີກວ່າ ຣັດ​ເຊຍ ​ພ້ອມ​ແລ້ວ​ທີ່​ຈະ​ຈັດ​ຕັ້ງ​ການ​ເຈລະຈາ​ກັບອາ​ເມ​ຣິິກາ ກ່ຽວ​ກັບ​ການ​ເປີດ​ຊ່ອງ​ທາງ​ໃຫ້​ບັນດາ​ກຸ່ມກະບົດ ຖອນກຳລັງອອກຈາກເມືອງອະເລບໂປ ຢ່າງວ່ອງໄວ, ແຕ່ບັນຫາດັ່ງກ່າວນີ້ ຈຳເປັນຕ້ອງໄດ້ຮັບການເຫັນດີເປັນເອກະພາບ ຈາກທັງສອງຝ່າຍ ກ່ອນທີ່ຈະມີການເຊັນຂໍ້ຕົກລົງຢຸດຍິງ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...