spot_img
Homeຂ່າວເຫດການກະຊວງຕ່າງປະເທດ ສະຫລຸບການເຄື່ອນໄຫວວຽກງານ ທົ່ວປະເທດ ໄລຍະ 3 ປີຜ່ານມາ

ກະຊວງຕ່າງປະເທດ ສະຫລຸບການເຄື່ອນໄຫວວຽກງານ ທົ່ວປະເທດ ໄລຍະ 3 ປີຜ່ານມາ

Published on

ຂປລ. ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວິຊາການ ວຽກງານການຕ່າງປະເທດ ໃນວັນທີ 13-14 ທັນວາ ນີ້ ຢູ່ນະຄອນຫລວງວຽງຈັນ, ໂດຍມີທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຂະແໜງ ການກ່ຽວຂ້ອງຈາກບັນດາກະຊວງ, ທະບວງກົມ, ນະຄອນຫລວງ ແລະ ແຂວງ ເຂົ້າຮ່ວມ.

ການປະຊຸມຄັ້ງນີ້, ໄດ້ພ້ອມກັນສັງເກດຕີລາຄາ ການຈັດຕັ້ງປະຕິບັດນະໂຍບາຍຕ່າງປະເທດ ຂອງພັກ-ລັດ ແລະ ການເຄື່ອນໄຫວການຕ່າງປະເທດຂອງ ສປປ ລາວ ໃນໄລຍະ 3 ປີຜ່ານມາ ນັບແຕ່ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 12 ກຳນົດອອກ, ທັງກຳນົດທິດທາງແຜນການ ວຽກງານການຕ່າງປະເທດຂອງ ສປປ ລາວ ສຳລັບ 3 ປີຕໍ່ໜ້າ ສົກປີ 2017-2019. ພ້ອມນັ້ນ, ຍັງໄດ້ປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບວຽກງານການຕ່າງປະເທດຂອງ ພັກ-ລັດ ເພື່ອກະກຽມໃຫ້ແກ່ກອງປະຊຸມ ທາງການວຽກງານການຕ່າງປະເທດ ຄັ້ງທີ 13, ເຊິ່ງຈະຈັດຂຶ້ນຢ່າງເປັນທາງການ ໃນທີ 15-16 ທັນວານີ້. ພ້ອມ​ສັງເກດຕີລາຄາ ສະພາບການພາກພື້ນ ແລະ ສາກົນ ແລະ ການປະຕິບັດແນວທາງການຕ່າງປະເທດ ໄລຍະເຄິ່ງທ້າຍສະໄໝ ການຈັດຕັ້ງຜັນຂະຫຍາຍມະຕິ 9 ຂອງສູນກາງພັກ ແລະ ຈຸດສຸມສຳລັບວຽກງານການຕ່າງປະເທດ ແຕ່ປີ 2017-2019; ເປັນເຈົ້າການໃນການເຊື່ອມໂຍງກັບພາກພື້ນ, ສາກົນ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສ້າງປະຊາຄົມອາຊຽນ; ຍົກສູງຄວາມສາມາດລັກສະນະນຳໜ້າ ແລະ ຄວາມເປັນເຈົ້າການຂອງພະນັກງານ ໃນຂະແໜງການຕ່າງປະເທດ ຕໍ່ການປະຕິບັດແນວທາງການຕ່າງປະເທດຂອງພັກ.

ຕະຫລອດການດຳເນີນກອງປະຊຸມ, ທ່ານປະທານໄດ້ຕັ້ງຫລາຍຄຳຖາມເຈາະຈີ້ມ ຕໍ່ແຕ່ລະວາລະຂອງກອງປະຊຸມ ເພື່ອໃຫ້ ໄດ້ຕາມເນື້ອໃນຄຳຂວັນ ແລະ ຫົວຂໍ້ຍ່ອຍຂອງກອງປະຊຸມຄັ້ງນີ້ຄື ການ​ທູດ​ປ້ອງ​ກັນ​ເຫດ ​ແລະ ບຸກທະລຸ ​ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ, ​ເພີ່ມ​ທະວີ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ ເສດຖະກິດ​ພາກພື້ນ ​ແລະ ສາກົນແລະ ຍົກ​ສູງ​ຄວາມ​ສາມາດ, ​ລັກສະນະ​ນຳໜ້າ ​ແລະ ຄວາມ​ເປັນ​ເຈົ້າ​ຂອງ​ພະນັກງານ​ ໃນ​ຂະແໜງການ​ຕ່າງປະ​ເທດ, ເຊິ່ງກໍລວມທັງບັນຫາ, ຂໍ້ຫຍຸ້ງຍາກ ແລະ ຂອດການປະສານງານ ທີ່ກອງປະຊຸມຍັງເຫັນວ່າ ຄວນຈະໄດ້ຮັບການປັບປຸງ ແກ້ໄຂໃຫ້ດີຂຶ້ນ ເພື່ອໃຫ້ສອດຄ່ອງກັບສະພາບແວດລ້ອມໃໝ່ ແລະ ທັນກັບສະພາບການປ່ຽນແປງ ຢ່າງວ່ອງໄວຂອງໂລກໃນປະຈຸບັນ.

01-saleumsai-2

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...