ໄຂຄຳຕອບຂອງການເອົາດອກອັນຊັນທາຄິ້ວ, ທາຜົມເດັກນ້ອຍຈະຊ່ວຍໃຫ້ຄິ້ວ ແລະ ຜົມດົກດຳຂຶ້ນ

ໃນຄໍລຳ ແມ່ ແລະ ລູກມື້ນີ້ ແອັດມິນມີຄຳຕອບກ່ຽວກັບຂໍສົງໃສກ່ຽວກັບການໃຊ້ດອກອັນຊັນທາຄິ້ວ ແລະ ຜົມຂອງເດັກນ້ອຍເກີດໃໝ່ ເພື່ອໃຫ້ຄິ້ວ ແລະ ຜົມຂອງລູກນ້ອຍດົກດຳຂຶ້ນນັ້ນເປັນຄວາມຈິງ ຫຼື ບໍ່ ເຊິ່ງເລື່ອງນີ້ແມ່ຫຼາຍຄົນອາດເຄີຍຊົງໃສວ່າມັນອາດເປັນພຽງເລື່ອງຕວະ ຫຼື ອາດເປັນເລື່ອງຈິງກໍ່ໄດ້ ສະນັ້ນເຮົາບໍ່ຕ້ອງເສຍເວລາເດົາຫຍັງຫຼາຍ ເຮົາມາອ່ານຄຳຕອບກ່ຽວກັບເລື່ອງນີ້ໄປພ້ອມໆກັນດີກວ່າ

ສຳລັບດອກອັນຊັນທາງວິທະຍາສາດໄດ້ມີການພິສູດແລ້ວວ່າ ໃນດອກອັນຊັນມີສານ “ສານແອນໂທໄຊຍານິນ”(Anthocyanin) ເຊິ່ງສານນີ້ມີຄຸນສົໃບັດຊ່ວຍຕ້ານອະນຸມູນອິດສະຫຼະ ກະຕຸ້ນການງອກໃໝ່ຂອງເຊລຮາກຜົມ ຊ່ວຍບຳລຸງໜັງຫົວ ແລະ ປ້ອງກັນຜົມຫງອກກ່ອນໄວ ດັ່ງນັ້ນຈາກຂໍ້ພິສູດນີ້ຈະສະຫຼຸບໄດ້ວ່າ ດອກອັນຊັນຊ່ວຍໃຫ້ຄິ້ວ ແລະ ຜົມລູກດົກດຳຂຶ້ນໄດ້ແທ້

 

ຂໍ້ມູນຈາກ: http://baby.kapook.com/
ຕິດຕາມນານາສາລະ ກົດໄລຄ໌ເລີຍ!