Homeຂ່າວທ້ອງຖິ່ນອົງການກວດສອບແຫ່ງລັດ ກວດພົບງົບປະມານບາງສ່ວນບໍ່ເຂົ້າລັດ

ອົງການກວດສອບແຫ່ງລັດ ກວດພົບງົບປະມານບາງສ່ວນບໍ່ເຂົ້າລັດ

Published on

ທ້າຍອາທິດທີ່ຜ່ານມາ ອົງການກວດສອບແຫ່ງລັດ ໄດ້ລາຍງານວ່າ ໄດ້ກວດພົບເງິນ ທີ່ສູນເສຍໄປ ຈຳນວນ 14.5ຕື້ ຈາກ ຄ່າທຳນຽມ ການສຳປະທານ ໂຄງການ ທີ່ລັດຖະບານ ໄດ້ອະນຸມັດ ໄປໃນສົກ ປີ 2013-2014. ແຂວງ ທີ່ ເສຍຫາຍ ຫລາຍກວ່າໝູ່ ແມ່ນ ແຂວງ ໄຊຍະບູລີ ທີ່ເສຍຫາຍ ເຖິງ 2,2ຕື້

ພ້ອມດຽວກັນນັ້ນ ຜູ້ທີ່ເຮັດຄວາມຜິດນັ້ນ ຈະຖືກຕັດສິນ ລົງໂທດ ນັບຕັ້ງແຕ່ ໃຫ້ພັກການ ຊົ່ວຄາວ, ຖືກຍົກຍ້າຍ, ປົດຕຳແໜ່ງ, ໃຫ້ອອກການ ຈົນໄປເຖິງ ການດຳເນີນ ຄະດີ ຕາມລະບຽບ ກົດໝາຍ ແລະ ຕັດສິນ ລົງໂທດ ໜັກເບົາ ຂຶ້ນຢູ່ ກັບຄວາມຜິດ ຂອງແຕ່ລະຄົນ.


ຂ່າວຈາກ: ອົງການກວດສອບແຫ່ງລັດ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...