Homeນານາສາລະ12 ສັບພະຄຸນຂອງຜັກເຊີນາລີ

12 ສັບພະຄຸນຂອງຜັກເຊີນາລີ

Published on

 

  1. ຜັກເຊີນາລີມີລິດຊ່ວຍຫຼຸດຄວາມດັນໂລຫິດສູງ: ເນື່ອງຈາກຜັກເຊີນາລີມີເຄມີສໍາຄັນຫຼາຍຊະນິດ ແລະທາດໂພແທກຊຽມທີ່ມີສັບພະຄຸນຊ່ວຍເຮັດໃຫ້ຄວາມດັນຢູ່ໃນລະດັບປົກກະຕິ
  2. ມີສັບພະຄຸນທາງຢາທີ່ໃຊ້ກ່ອມ ຫຼືລະງັບປະສາດໄດ້ດີ
  3. ເປັນແຫຼ່ງຂອງສານຟີນອໍລິກຊຶ່ງເປັນສານຕ້ານອະນຸມຸນອິດສະລະຊະນິດໜຶ່ງ ທີ່ີຄວາມສາມາດຊ່ວຍຢັບຢັ້ງຄວາມເສື່ອມຂອງຮ່າງກາຍ
  4. ມີສັບພະຄຸນໃນການຊ່ວຍຢັບຢັ້ງການຂະຫຍາຍຕົວຂອງເຊວມະເຮັງ
  5. ເປັນຜັກສະໝູນໄພທີ່ມີແຄລໍຣີ່ຕໍ່າຫຼາຍ ແລະມີເສັ້ນໃຍອາຫານດ້ວຍ
  6. ປະໂຫຍດຂອງຜັກເຊີນາລີອຸດົມໄປດ້ວຍວິຕາມິນຫຼາຍຊະນິດເຊັ່ນ: ວິຕາມິນເອ, ວິຕາມິນຊີ, ວິຕາມິນອີ, ວິຕາມິນເຄ ແລະແຮ່ທາດເຊັ່ນເບຕ້າແຄໂລທີນ ຊຶ່ງມີສັບພະຄຸນຊ່ວຍບໍາລຸງສາຍຕາ ແລະຜິວພັນ
  7. ມີຄຸນສົມບັດທາງຢາ
  8. ມີສັບພະຄຸນຊ່ວຍຫຼຸດລະດັບຂອງຄໍເລດເຕີລອຍ ແລະໄຕຣກີເຊີໄຣດ໌, ຫຼຸດນໍ້າຕານໃນເລືອດ ແລະໄຂມັນໃນເລືອດ, ຊ່ວຍຂະຫຍາຍຫຼອດເລືອດ ຊຶ່ງປ້ອງກັນພະຍາດຫົວໃຈໄດ້ ເຮັດໃຫ້ການໄຫຼວຽນຂອງເລືອດໃນຮ່າງກາຍດີຂຶ້ນ ແລະຍັງມີສານໂຊດຽມອິນທຣີທີ່ມີຄຸນສົມບັດໃນການປັບສົມດຸນຂອງກົດ ແລະດ່າງໃນເລືອດ
  9. ມີແຮ່ທາດຈໍາພວກສານແຄວຊຽມ ແລະຟົດສະຟໍຣິກສູງ ຊຶ່ງຈະຊ່ວຍເສີມສ້າງກະດູກ ແລະແຂ້ວໃຫ້ແຂງແຮງ ແລະຍັງເໝາະກັບການບໍາລຸງເດັກໃນທ້ອງ ຊຶ່ງຈະຊ່ວຍໃຫ້ຜູ້ຍິງຖືພາ ແລະເດັກນ້ອຍມີຄວາມສ່ຽງທີ່ຈະເກີດພະຍາດກະດູກອ່ອນຫຼຸດລົງ
  10. ປະໂຫຍດຂອງຜັກເຊີນາລີມີລິດເປັນຢາຂັບຮ້ອນ
  11. ຊ່ວຍໃຫ້ລະບົບການຍ່ອຍອາຫານທໍາງານໄດ້ດີ
  12. ສັບພະຄຸນຂອງຜັນເຊີນາລີ ມີກິ່ນຫອມ ຊຶ່ງເປັນກິ່ນສະເພາະຕົວທີ່ຈະຊ່ວຍໃຫ້ຮູ້ສຶກຈະເລີນອາຫານ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...