HomeຊີວິດແລະຄວາມຮັກWedding-Sex-love7 ເຫດຜົນດີໆ ເຖິງທ່ານຈະມີຂະໜາດ "ນ້ອງຊາຍນ້ອຍ" ກໍ່ບໍ່ມີບັນເລື່ອງ ເຊັກສ໌ (18+)

7 ເຫດຜົນດີໆ ເຖິງທ່ານຈະມີຂະໜາດ “ນ້ອງຊາຍນ້ອຍ” ກໍ່ບໍ່ມີບັນເລື່ອງ ເຊັກສ໌ (18+)

Published on

ສຳລັບຜູ້ຊາຍແລ້ວການມີຂະນາດ ນ້ອງຊາຍນ້ອຍ ກໍ່ເປັນໜຶ່ງເລື່ອງທີ່ໜັກໃຈຢູ່ເລິກໆ ເພາະການມີຂະໜາດນ້ອຍນັ້ນ ມັນອາດເຮັດໃຫ້ຜູ້ຊາຍຂາດຄວາມໝັ້ນໃນເວລາມີເຊັກສ໌ກັບສາວໆ ເພາະບໍ່ໝັ້ນໃຈວ່າ ທ່ານຈະສາມາດເຮັດໃຫ້ນາງສຽວສຸດໆຕາມທີ່ໃຈນາງຕ້ອງການ ຫຼື ບໍ່? ແຕ່ທຸກຢ່າງມັນກໍ່ບໍ່ແມ່ນສິ່ງທີ່ແນ່ນອນສະເໝີໄປ ເພາະຄວາມມັກຂອງແມ່ຍິງແຕ່ລະຄົນມັນບໍ່ຄືກັນ ບາງຄົນກໍ່ມັກອັນໃຫຍ່ ບາງຄົນກໍ່ມັກອັນນ້ອຍ ສະນັ້ນ ສຳລັບຊາຍໜຸ່ມຄົນໃດທີ່ຮູ້ວ່າ ຂະໜາດນ້ອງຊາຍຂອງຕົນເອງນ້ອຍກໍ່ລອງອ່ານ ເຫດຜົນທີ່ຈະກ່າວຕໍ່ໄປນີ້ເບິ່ງເພື່ອເພີ່ມຄວາມໝັ້ນໃຈກັນດີກວ່າ

  1. ເຖິງຂະໜາດຂອງນ້ອງຊາຍຈະນ້ອຍ ແຕ່ແມ່ຍິງກໍ່ມີວິທີເຮັດໃຫ້ນາງຮູ້ສຶກສຽວ ແລະ ມີຄວາມສຸກກັບມັນໄດ້
  2. ອະໄວຍະເພດຍິງກໍ່ບໍ່ໄດ້ເລິກຈົນເຖິງຂັ້ນມາ ຂະໜາດອະໄວຍະວະເພດຊາຍໄປບໍ່ສຸດ ເພາະວ່າປົກກະຕິຊ່ອງຄອດຂອງແມ່ຍິງມີຄວາມເລິກສະເລ່ຍຢູ່ທີ່ 3-5 ນິ້ວ ສ່ວນອະໄວຍະວະເພດຊາຍປົກກະຕິຈະມີຄວາມຍາວສະເລ່ຍທີ່ 5.5 ນິ້ວ ສ່ວນຂະໜາດຂອງຜູ້ຊາຍບ້ານເຮົາສ່ວນຫຼາຍຈະຢູ່ລະຫວ່າງ 4 ນິ້ວ ເມື່ອຮູ້ຂະໜາດແບບນີ້ແລ້ວກໍ່ໝັ້ນໃຈໄດ້ວ່າທ່ານສາມາດພານາງໄປຂຶ້ນສະຫັວນໄດ້ແນ່ນອນ
  3. ຄວາມຈິງໃຈຊະນະທຸກສິ່ງ ຂະໜາດຂອງນ້ອງຊາຍບໍ່ມີບັນຫາສຳລັບຄູ່ຮັກທີ່ຮັກກັນດ້ວຍຄວາມຈິງໃຈ ແມ່ຍິງສ່ວນຫຼາຍກໍ່ບໍ່ໄດ້ໃຫ້ຄວາມສຳຄັນກັບເລື່ອງຂອງຂະໜາດນ້ອງຊາຍຂອງຊາຍຄົນທີ່ນາງຮັກເທົ່າໃດ ເພາະພວກນາງຄິດວ່າຊີວິດຮັກຈະມີຄວາມສຸກ ບໍ່ແມ່ນມີແຕ່ເລື່ອງເຊັກສ໌ທີ່ສົມບູນແບບເທົ່ານັ້ນ ແຕ່ສິ່ງສຳຄັນຄືການໄດ້ຮັບຄວາມຮັກທີ່ຈິງໃຈຈາກຊາຍຄົນຮັກຕ່າງຫາກ
  4. ລີລາສຳຄັນກວ່າຂະໜາດ ຢ່າລືມວ່າເຖິງແມ່ນວ່າທ່ານຈະມີຂະໜາດຂອງອະໄວຍະວະເພດໃຫຍ່ຊ່ຳໃດກໍ່ຕາມແຕ່ລີລາບໍ່ໄດ້ກໍ່ບໍ່ຕື່ນເຕັ້ນເລົ້າໃຈຄືເກົ່າ ເພາະແມ່ຍິງຈະມັກໃຫ້ຝ່າຍຊາຍມີລີລາ ແລະ ເທັກນິກໃນການວາດລວດລາຍເຖິງຕຽງຫລາຍກວ່າ ຍາມໃດກໍ່ມີແຕ່ທ່າເກົ່າໆ
  5. ມີແມ່ຍິງຈຳນວນຫຼາຍທີມັກຜູ້ຊາຍມີຂະໜາດນ້ອຍ ເພາະວ່າຈະບໍ່ຮູ້ສຶກອຶດອັດ, ຮູ້ສຶກປອດໄພຫຼາຍກວ່າການຮ່ວມເພດກວ່າຜູ້ຊາຍທີ່ມີຂະໜາດໃຫຍ່ ເພາະທັງສະບາຍໃຈ ແລະ ບໍ່ຮູ້ສຶກເຈັບນັ້ນເອງ
  6. ບໍ່ຮູ້ສຶກອາຍຫຼາຍປານໃດໃນຍາມທີ່ມັນບັງເອີນແຂງຕົວຂຶ້ນ ໃນເວລາ ແລະ ສະຖານທີ່ທີ່ບໍ່ເໝາະສົມ ທ່ານລອງຄິດພາບເບິ່ງຖ້າເກີດວ່າທ່ານກຳລັງຢູ່ໃນວົງສັງຄົມ ແລ້ວເຫັນສາວງາມຍ່າງກາຍ ຢູ່ດີໆນ້ອງຊາຍທໍລະພີເກີດເຮັດຂາຍໜ້າຕື່ນໂງຫົວຂຶ້ນແບບບໍ່ເບິ່ງກາລະເທສະ ໂອ້ພະສົງ… ຖ້າຄົນທີ່ມີຂະໜາດນ້ອງຊາຍນ້ອຍກໍ່ຄືສິພໍເຫັນຢູ່ເລັກນ້ອຍ ແຕ່ສຳລັບຄົນທີ່ມີຂະໜາດນ້ອງຊາຍໃຫຍ່ຢູ່ແລ້ວ ບາດມັນຕື່ນຂຶ້ນມາໂອ້ຍ…ບໍ່ຢາກຄິດວ່າມັນສິຊ່ຳໃດ ຈັ່ງໃດສິປົກປິດຢູ່ລະນໍ້…
  7. ຂໍ້ດີຂອງຄົນມີຂະໜາດນ້ອງຊາຍນ້ອຍ ແມ່ນສົ່ງຜົນໄປຮອດຕອນປັດສະວະ ແມ່ນບໍ່ຈຳເປັນຕ້ອງໃຊ້ມືຈັບປະຄອງໄວ້ໃນເວລາປັດສະວະ ຍົກເວັ້ນແຕ່ໃຊ້ຕອນສະບັດຢ່ຽວເທົ່ານັ້ນກໍ່ພໍແລ້ວ

ສິ່ງທີ່ແອັດມິນເວົ້າໄປຂ້າງເທິງນີ້ບໍ່ແມ່ນແອັດມິນທະລຶ້ງຕິງຕັງ ຫຼື ເຫັນມັນເປັນເລື່ອງສົກກະປົກລາມົກ ເພາະນີ້ມັນແມ່ນເລື່ອງຈິງທີ່ໃຜໆກໍ່ຮູ້ດີ ແຕ່ບົດນີ້ເປັນບົດທີ່ຢາກນຳສະເໜີໃຫ້ຄົນທີ່ມີຂະໜາດນ້ອງຊາຍນ້ອຍ ແລະ ກຳລັງຂາດຄວາມໝັ້ນໃຈ ໄດ້ອ່ານເບິ່ງ ແລະ ປ່ຽນຄວາມຄິດໃໝ່ ເພາະຂະໜາດຂອງນ້ອງຊາຍຄວາມຈິງແລ້ວມັນບໍ່ໄດ້ສຳຄັນໃນເລື່ອງເຊັກສ໌ທີ່ສຸດສະເໝີໄປ ຢາກໃຫ້ຄົນທີ່ມີຂະໜາດນ້ອງຊາຍນ້ອຍໝັ້ນໃຈເຂົ້າໄວ້. ແຕ່ຖ້າໃຊ້ບາງຄຳເວົ້າມັນບໍ່ສົມຄວນກໍ່ຂໍອະໄພດ້ວຍ.

ຂໍ້ມູນຈາກ: http://men.kapook.com/view159866.html
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...