spot_img
Homeຂ່າວພາຍ​ໃນການຄ້າລາວ-ຈີນ ຜ່ານດ່ານສາກົນບໍ່ເຕັນ ບັນລຸ 1 ຕື້ກວ່າໂດລາສະຫະລັດຯ

ການຄ້າລາວ-ຈີນ ຜ່ານດ່ານສາກົນບໍ່ເຕັນ ບັນລຸ 1 ຕື້ກວ່າໂດລາສະຫະລັດຯ

Published on

ຂປລການ​ແລກປ່ຽນ​ຊື້​-ຂາຍ​ສິນຄ້າ​ຢູ່ດ່ານສາກົນບໍ່ເຕັນ ຜ່ານ​ຊາຍ​ແດນ​ລາວ-ຈີນ ​ຄຶກຄື້ນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ ໂດຍການຄ້າຂອງສອງປະເທດ ໄດ້ມີມູນຄ່າເພີ່ມຂຶ້ນ 1 ຕື້​ກວ່າໂດລາສະຫະລັດ ຂະນະ​ທີ່​ນັກ​ລົງທຶນ​ ຈາກ ສປ ຈີນ ​ພວມ​ຊອກ​ຫາ​ໂອກາດ ​ແລະ ທ່າ​ແຮງ​ບົມຊ້ອນ​​ ພາຍ​ໃນ​ແຂວງ​ຫລວງ​ນໍ້າ​ເພື່ອ​ລົງທຶນ ​ແລະ ຮອງ​ຮັບ​​ໂຄງການ​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ​ ທີ່​ມີ​ແຜນ​ຈະ​ສໍາ​ເລັດ ​ພາຍ​ໃນ​ປີ 2021.

ທ່ານ ພອນໄຊ ຈັນທະສອນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕັນ ໄດ້ໃຫ້ສໍາພາດຕໍ່ນັກ​ຂ່າວ​ສໍານັກ​ຂ່າວສານ​ປະ​ເທດ​ລາວ ໃນວັນທີ 8 ທັນວາ 2016 ນີ້ວ່າ: ການຄ້າລາວຈີນຜ່ານດ່ານສາກົນບໍ່ເຕັນບັນລຸ 1 ຕື້​ກວ່າໂດລາສະຫະລັດ ໃນນັ້ນສິນຄ້າສົ່ງອອກແມ່ນ 352 ກວ່າລ້ານໂດລາສະຫະລັດ, ສໍາລັບຄົນເຂົ້າອອກປີໜຶ່ງມີເຖິງ 250.000 ກວ່າຄົນ ໃນແຕ່ລະມື້ມີລົດຜ່ານເຖິງ 4 ຮ້ອຍກວ່າຄັນ. ດ່ານສາກົນບໍ່ເຕັນ ໄດ້ແຍກອອກເປັນ 2 ດ່ານຄື: ດ່ານໃຫ້ບໍລິການກວດຄົນເຂົ້າອອກເມືອງ ແລະ ດ່ານກວດກາພາສີ.  ​ແນວ​ໃດ​ກໍ​ດີ ສົກປີນີ້ເຫັນວ່າມູນຄ່າການຄ້າ ສອງ​ສົ້ນ​ລະຫວ່າງສອງປະເທດ ຜ່ານດ່ານສາກົນບໍ່ເຕັນມີຈໍານວນເພີ່ມຂຶ້ນ ສ່ວນໃຫຍ່ເປັນປະເພດກົນຈັກ,ເຄື່ອງຮັບໃຊ້ຊີວິດປະຈໍາວັນ. ພອ້ມນີ້ ຂົງເຂດດ່ານດັ່ງກ່າວ ຍັງເປັນເຂດເສດຖະກິດພິເສດ ບໍ່ເຕັນແດນງາມ ໂດຍນັກທຸລະກິດຂອງຈີນ ເຂົ້າມາສໍາປະທານເພື່ອພັດທະນາ ໃຫ້ເປັນຕົວເມືອງທັນ​ສະ​ໄໝ. ການຈັດຕັ້ງປະຕິບັດວຽກງານຕ່າງໆ ຢູ່ພາຍໃນຄວາມຮັບຜິດຊອບຂອງບັນດາໜ່ວຍງານລັດ ທີ່ປະຈໍາຢູ່ໃນດ່ານລວມມີ: ໜ່ວຍງານທ່ອງທ່ຽວ, ກະສີກໍາສາທາລະນະ​ສຸກພາສີ-ອາກອນເຈົ້າໜ້າທີ່ ປກສ ແລະ ອື່ນໆ. ທີ່ຜ່ານມາກໍໄດ້ເອົາໃຈໃສ່ ເຂົ້າໃນການເຮັດວຽກຮ່ວມກັນ ພ້ອມທັງການຮ່ວມມືກັບ ສປ.ຈີນ ໃນການປະສານງານ ເພື່ອຕ້ານຕໍ່ປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດເຊັ່ນ: ບັນຫາທີ່ໜ້າເປັນຫ່ວງກວ່າໝູ່ໃນທຸກມື້ນີ້ກໍແມ່ນການຄ້າມະນຸດ, ການຄ້າຂາຍເຖື່ອນ ແລະ ອື່ນໆ, ທັງໄດ້ເອົາໃຈໃສ່ການກວດກາສຸຂາອານາໄມ ກ່ຽວກັບພຶດນໍາເຂົ້າ ແລະ ສົ່ງອອກ.

ທ່ານ ຫົວໜ້າຄະນະຄຸ້ມຄອງ ດ່ານສາກົນບໍ່ເຕັນຕື່ມວ່າ: ສໍາລັບແຜນຮອງຮັບໃນຕໍ່ໜ້າ ການເຂົ້າອອກຜ່ານດ່ານດັ່ງກ່າວ ພວມຂະຫຍາຍສະຖານທີ່ ແລະ ຊ່ອງທາງລົດໃໝ່ ໃຫ້ບໍລິການສໍາລັບລົດເບົາ, ສ່ວນດ່ານເກົ່າແມ່ນຈະໃຊ້ບໍລິການສໍາລັບລົດຂົນສົ່ງໜັກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...