Homeຂ່າວຕ່າງປະເທດວິນາທີລະເບີດຄາຣ໌ບອມຕຸຣກີ ໜຸ່ມຖ່າຍຄິບຕິບແບບບໍ່ໄດ້ຕັ້ງໃຈ

ວິນາທີລະເບີດຄາຣ໌ບອມຕຸຣກີ ໜຸ່ມຖ່າຍຄິບຕິບແບບບໍ່ໄດ້ຕັ້ງໃຈ

Published on

ຄິບວິດີໂອທີ່ຖ່າຍໄດ້ໂດຍບັງເອີນ ເຫດວິນາດກໍາກາງເມືອງອິດຕັນບູລ ຕຸຣກີ ເຜີຍໃຫ້ເຫັນນາທີລະນຶກ ແປວໄຟໃຫຍ່ພຸ່ງຂຶ້ນ ກ່ອນສຽງລະເບີດດັງສະນັ່ນ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 12 ທັນວານີ້ວ່າ: ເຫດຮ້າຍລະເບີດຄາຣ໌ບອມທີ່ສະໜາມກີລາໃຈກາງນະຄອນອິດຕັນບູລ ປະເທດຕຸຣກີ  ເມື່ອວັນທີ 10 ທັນວ່າທີ່ຜ່ານມາ ກາຍເປັນເຫດກໍ່ການຮ້າຍຄັ້ງຮຸ່ນແຮງລະດັບໂລກອີກຄັ້ງ ຊຶ່ງຂ້າຊີວິດຜູ້ຄົນໄປເຖິງ 29 ຄົນ ແລະບາດເຈັບອີກເກືອບຮ້ອຍຊີວິດ ລ່າສຸດມີການແຊຣຄິບວິດີໂອທີ່ບັງເອີນຖ່າຍຕິດເຫດການລະເບີດເອົາໄວ້ແບບບໍ່ຕັ້ງໃຈ.

ພາບຈາກຄິບທີ່ຖືກແຊຣສົ່ງຕໍ່ໃນໂລກໂຊຊຽວຂອງຕຸຣກີ ຫຼັງຈາກເກີດເຫດລະເບີດຄາຣບອມທີ່ນະຄອນອິດຕັນບູລບໍ່ດົນ ເປັນພາບຂອງຊາຍໜຸ່ມ 2 ຄົນ ກໍາລັງນັ່ງຮ້ອງເພງຫຼິ້ນກີຕາຣ໌ຢູ່ທີ່ສວນສາທາລະນະແຫ່ງໜຶ່ງ ຊຶ່ງຢູ່ຝັ່ງຂ້າມຂອງເມືອງ ບໍລິເວນຊ່ອງແຄບອິດຕັນບູລ.

ລະຫວ່າງທີ່ 2 ຊາຍກໍາລັງຮ້ອງເພງຢູ່ນັ້ນຮ້ອງໃຫ້ໝູ່ທັ້ງສອງຫັນໄປເບິ່ງວ່າ ເມື່ອກີ້ມີແປວໄຟລຸກຂຶ້ນມາ ກ່ອນອີກກີ້ວິນາທີຕໍ່ໄປ ສຽງຈາກແຮງລະເບີດຈະດັງສະນັ່ນຫວັ່ນໄຫວ ເຮັດໃຫ້ພວກເຂົາຕົກໃຈກັບສຽງທີ່ເກີດຂຶ້ນ ໂດຍທີ່ບໍ່ຮູ້ວ່າແມ່ນສຽງຫັຍງ.

ສໍາຫຼັບເຫດລະເບີດດັ່ງກ່າວເກີດຂຶ້ນໃນຊ່ວງເວລາ 22:30 ນາທີ ຂອງວັນທີ 10 ທັນວາ ທາງການຕຸຮກີໄດ້ອອກມາເປີດເຜີຍວ່າ ເຫດລະເບີດເກີດຂຶ້ນຕໍ່ເນື່ອງກັນ 2 ຄັ້ງ ຈຸດທໍາອິດເກີດຂຶ້ນບໍລິເວນສະໜາມກີລາທີ່ຫາກໍມີການແຂ່ງຂັນເຕະບານສໍາເລັດໄປບໍ່ດົນ ສ່ວນອີກຈຸດໜຶ່ງຢູ່ບໍລິເວນສວນສາທາລະນາໃຈກາງເມືອງ ເບື້ອງຕົ້ນເຊື່ອວ່າເປັນລະເບີດຂ້າໂຕຕາຍ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...