spot_img
Homeຂ່າວຕ່າງປະເທດຢູເອັນຮຽກຮ້ອງໃຫ້ "ຊູຈີ" ລົງພື້ນທີ່ລັດຍະໄຂ່ດ້ວຍຕົວເອງ ເພືອແກ້ໄຂບັນຫາ ໂຣຮິນຈາ

ຢູເອັນຮຽກຮ້ອງໃຫ້ “ຊູຈີ” ລົງພື້ນທີ່ລັດຍະໄຂ່ດ້ວຍຕົວເອງ ເພືອແກ້ໄຂບັນຫາ ໂຣຮິນຈາ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ປະເທດສະຫະລັດອາເມລິກາ ເມື່ອວັນທີ 8 ທັນວາ ທີ່ຜ່ານມາວ່າ. ທ່ານ ວິເຈຍ໌ ແນມໄບຣ໌ ທີ່ປຶກສາພິເສດຂອງທ່ານ ບັນ ຄີ ມູນ ເລຂາທິການໃຫຍ່ສະຫະປະຊາຊາດ (ຢູເອັນ) ຖະແຫຼງການເມື່ອວັນພະຫັດວ່າ ທາງຢູເອັນ ຮຽກຮ້ອງໃຫ້ທ່ານນາງ ອອງຊານ ຊູຈີ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງມຽນມາ ເດີນທາງລົງພື່ນທີ່ໃນເມືອງ ມອງດໍ ແລະ ເມືອງ ບູຕີຕ່ອງ ໃນລັດຍະໄຂ່ ຢູ່ທາງພາກຕະເວັນຕົກຂອງປະເທດ ເຊິ່ງມີຊາຍແດນຕິດກັບປະເທດບັງກາລາເທດ ເພື່ອກວດສອບສະພາບເຫດການດ້ານຄວາມໝັ້ນຄົງ ແລະ ຄວາມຮຸນແຮງທີ່ເກີດຂຶ້ນ ຈາກເຫດການທີ່ກອງທັບມຽນມາເຂົ້າໄປປະຕິບັດການທາງທະຫານເມືອກາງເດືອນຕຸລາທີ່ຜ່ານມາ ດ້ວຍຕົວເອງ ເຊິ່ງເຫດການດັ່ງກ່າວໄດ້ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 86 ຄົນ ແລະ ເຮັດໃຫ້ຊາວໂຣຮິນຈາປະມານ 10,000-20,000 ຄົນຕ້ອງອົບພະຍົບຈາກຖິ່ນຖານ.

ການທີ່ເຈົ້າໜ້າທີ່ລັດຖະບານພົນລະເຮືອນ ແລະ ກອງທັບມຽນມາປະສານສຽງຢືນຢັນການປະຕິເສດສຽງວິຈານ ແລະ ຂໍ້ກ່າວຫາຂອງຫຼາຍຝ່າຍວ່າມີການລະເມີດສິດທິມະນຸດໃນວົງກ້ວາງທີ່ລັດຍະໄຂ່ ແລະ ປະຕິບັດການຂອງທະຫານເຂົ້າຂ່າຍເປັນການກວດລ້າງທາງຊາດພັນ ມັນໄດ້ເຮັດໃຫ້ປະຊາຊົນໃນເຂດລັດຍະໄຂ່ ເກີດຄວາມຄຽດແຄ້ນພາຍໃນທ້ອງຖິ່ນ ແລະ ສ້າງຄວາມຜິດຫວັງໃຫ້ແກ່ປະຊາຄົມໂລກ ສະນັ້ນບຸກຄົນທີ່ກ່ຽວຂ້ອງໂດຍກົງຈິ່ງຄວນສະແດງທ່າທີໃນການແກ້ໄຂບັນຫາຢ່າງເປັນຮູບປະທຳ ແລະ ຊັດເຈນກວ່ານີ້

ຂ່າວຈາກ: http://www.dailynews.co.th/foreign/541576
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...