ລາ­ຄາ​ຢາງ­ພາລາຕົກ ກະທົບຊາວສວນຢາງລາວ

w680_h378_680x378-20120914-1125085100
(ພາບປະກອບ)

 

ບັນ­ຫາ​ລາ­ຄາ​ຢາງ­ພາ­ລາ​ຕົກ­ຕ່ຳ ສົ່ງ​ຜົນ​ກະ­ທົບ​ພໍ​ສົມ­ຄວນ​ແກ່​ຊາວ​ສວນ ​ຜູ້​ເລືອກ​ປູກ​ໄມ້​ຊະ­ນິດ​ນີ້ ໂດຍ​ສະ­ເພາະ

​ຢູ່​ຫຼວງ​ນ້ຳ​ທາ, ພາກ​ລັດ​ແຈ້ງ​ລາ­ຄາ​ຫຼຸດ​ລົງ​ ຍ້ອນ​ປະ­ລິ­ມານ​ການ​ຕອບ​ສະ­ໜອງ​ທີ່​ເພີ່ມ​ຂຶ້ນ ​ເກີນ​ຄວາມ​ສາ­ມາດ​ຜະ

­ລິດ ລວມ​ເຖິງ​ຄຸນ​ນະ​ພາບ​ຂອງ​ຢາງ ສຳ­ລັບ​ການ​ແກ້​ໄຂ​ດີ​ແທ້​ຄວນ​ລວມ​ກຸ່ມ​ທີ່​ໜັກ​ແໜ້ນ ແລະ ມີ​ສັນ­ຍາ​ຜູກ​ພັນ.

 

ໃນ​ຊຸມ​ປີ­ຜ່ານ­ມາ​ ຢູ່​ປະ­ເທດ​ເຮົາ​ປະ­ຊາ­ຊົນ​ຫຼາຍ​ແຂວງ​ ແມ່ນ​ໄດ້​ພາ­ກັນປູກ​ຢາງ­ພາ­ລາ​ຢ່າງ​ແພ່​ຫຼາຍ ຮອດ​ຂະ­ນະ​ນີ້

​ຫຼາຍ​ເຂດ​ໄດ້​ເກັບ​ກູ້​ຜົນ​ຜະ­ລິດ ແຕ່​ກໍ​ຫຼີກ­ເວັ້ນ​ບໍ່​ໄດ້​ການ​ປ່ຽນ­ແປງ​ຂອງ​ລາ­ຄາ​ຕະຫຼາດເຊັ່ນ​ດຽວ​ກັບ​ ແຂວງ​ຫຼວງ​ນ້ຳ​

ທາທີ່​ປະ­ຊາ­ຊົນ​ໄດ້​ຮຽກ­ຮ້ອງ​ຫາ​ສະ­ພາ​ແຫ່ງ​ແຫ່ງ​ຊາດ ເພື່ອ​ເບິ່ງ​ຄວາມ​ເໝາະ​ສົມ​ລາ­ຄາ​ຢາງ­ພາ­ລາ​ທີ່​ມີ​ທ່າ​ອຽງ​ຫຼຸດ​ລົງ.

 

ຕໍ່​ກໍ­ລະ­ນີ​ດັ່ງ­ກ່າວ​ນີ້ ທ່ານ ບຸນ​ມີ ມະ­ນີ​ວົງ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະຊວງ​ອຸດ​ສະ­ຫະ​ກຳ​ ແລະ ການ​ຄ້າ​ກ່າວ​ວ່າ:

ກ່ຽວ​ກັບ​ບັນ­ຫາ​ລາ­ຄາ​ຢາງ­ພາ­ລາ​ຕົກຕ່ຳ​ໃນ​ແຂວງ​ຫຼວງ​ນ້ຳ​ທາ​ ຄວາມ​ຈິງທາງ​ພະ​ແນກ​ອຸດ​ສະ­ຫະ​ກຳ ແລະ ການຄ້າ​

ແຂວງ​ຫຼວງ​ນ້ຳ​ທາ ໄດ້​ອອກ​ແຈ້ງການ​ກຳ­ນົດ​ລາ­ຄາ​ໃນ​ການ​ເກັບ​ຊື້​ຢາງພາ­ລາ​ສູງ​ສຸດ​ນຳ​ປະ­ຊາ­ຊົນ​ຂອງ​ ບັນ­ດາ ບໍ­ລິ­

ສັດ ແລະ ໂຮງ­ງານ​ຜະ­ລິດ​ຢາງ​ໃນ​ທົ່ວແຂວງ​ ສູງ​ສຸດ​ແມ່ນ​ປະ­ມານ 6.700Œ-7.000 ກີບ​ຕໍ່​ກິ​ໂລ ສຳ­ລັບ​ວັນ​ທີ 17 ກໍ­ລະ­

ກົດ 2014 ໂດຍ​ອີງ​ຕາມ​ຄຸນ​ນະພາບ​ຂອງ​ຢາງ​ແຕ່​ລະ​ປະ­ເພດ ​ເປັນ​ຕົວກຳ­ນົດ ທັງ​ນີ້ກໍ​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້ແກ່​ຊາວ

​ສວນ​ຢາງ​ສາ­ມາດ​ຕໍ່​ລອງ​ກັບບໍ­ລິ­ສັດ​ທີ່​ເກັບ​ຊື້​ ຮູ້​ເຖິງ​ການ​ຂຶ້ນ​ລົງຂອງ​ຢາງ­ພາ­ລາ​ແຕ່​ລະ​ໄລ­ຍະ.

 

ສ່ວນ​ສາ­ເຫດ​ທີ່​ເຮັດ​ໃຫ້​ລາ­ຄາ​ຢາງພາ­ລາ​ຕົກ­ຕ່ຳ ໃນ​ປະ­ຈຸ​ບັນ​ແມ່ນ​ເກີດ​ຈາກການ​ຜະ­ລິດ​ຢາງ​ມີ​ຫຼາຍ​ກວ່າ​ຄວາມ​ຕ້ອງ

ການ​ຂອງ​ຕະ­ຫຼາດ​ໂລກ ຂະ­ນະ​ດຽວ​ກັນ​ຢູ່​ບາງ​ປະ­ເທດ​ເຊັ່ນ: ອິນ​ເດຍ ແລະ ມາ​ເລ​ເຊຍ ມີ​ປະ­ລິ­ມານ​ໃນ​ການ​ເກັບ​ຊື້ຢາງ​

ເພີ່ມ​ຂຶ້ນ​ເຮັດ​ໃຫ້­ການ​ນຳ​ເຂົ້າ​ຢາງຂອງ ເອີ​ຣົບ ໜ້ອຍ​ລົງ.

 

ບໍ່​ພຽງ​ເທົ່າ​ນັ້ນ​ການ​ທີ່​ລາ­ຄາ​ຢາງພາ­ລາ​ຢູ່​ແຂວງ​ຫຼວງ​ນ້ຳ​ທາ​ຕົກ­ຕ່ຳ​ ກໍ​ມີ​ຜົນ​ມາ​ຈາກ​ລັດ­ຖະ­ບານ​ຈີນ​ໃຫ້​ ໂຄຕ້າ​ຈຳ­ກັດ​

ແກ່​ບໍ­ລິ­ສັດ​ຈີນ, ບໍ­ລິ­ສັດ​ເອ­ກະຊົນ ແລະ ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ຂອງລາວ​ບໍ່​ໄດ້​ຮັບ​ສິດ​ເຂົ້າ​ເຖິງ​ໂຮງ­ງານ​ການຜະ­ລິດ

ດັ່ງ­ນັ້ນ ລາ­ຄາເກັບ​ຊື້​ຈິ່ງ​ຂຶ້ນ​ກັບ​ຈີນ​ພຽງ​ຜູ້​ດຽວ ໂດຍ​ບໍ່​ໄດ້​ຄຳ­ນຶງ​ເຖິງ​ຜົນ​ກະ­ທົບ​ຂອງ​ປະ­ຊາ­ຊົນ ອີກ​ດ້ານ​ໜຶ່ງ​ຄຸນ​ນະ​ພາບ​

ຂອງ​ຢາງ, ເຕັກ­ນິກ​ການ​ເກັບ​ຮັກ­ສາ​ ກໍ​ມີ​ສ່ວນ​ເຮັດ​ໃຫ້​ຊາວ​ສວນ​ຂາຍ​ບໍ່​ໄດ້​ຕາມ­ໃຈ​ຕົນ​ເອງ, ທ່ານ ບຸນ​ມີ ມະ­ນີ​ວົງ​ກ່າວ.

 

ດັ່ງ­ນັ້ນ, ປະ­ຊາ­ຊົນ​ທີ່​ມີ​ຄວາມ​ຕັ້ງ­ໃຈ​ໃນ​ອາ­ຊີບ​ນີ້ ມີ​ຄວາມ​ຈຳ­ເປັນ​ທີ່​ຕ້ອງ​ໄດ້​ລວມ​ກຸ່ມ​ກັນ ເພື່ອ​ໃຫ້​ມີ​ການ­ຈັດ­ຕັ້ງ​ທີ່​ເຂັ້ມ

­ແຂງ ມີ​ຄວາມ​ສາ­ມາດ​ຕໍ່​ລອງ​ລາ­ຄາ​ກັບ​ບໍ­ລິ­ສັດ​ເກັບ​ຊື້ ແລະ ມີ​ສັນ­ຍາ​ຜູກ​ພັນ​ສອງ​ສົ້ນ​ລະ­ຫວ່າງ​ຜູ້​ຊື້Œຂາຍ​ຍິ່ງ​ເປັນ​ການ​ດີ.

 

ທີ່ມາ: http://www.sedthakid.la/home/khao/19712.html