spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລວງຍິງສາວໄປຄາດຕະກຳໃນປ່າ ເຂດບ້ານ ຫ້ວຍນ້ຳໄສ ເມືອງ ສີໂຄດຕະບອງ

ລວງຍິງສາວໄປຄາດຕະກຳໃນປ່າ ເຂດບ້ານ ຫ້ວຍນ້ຳໄສ ເມືອງ ສີໂຄດຕະບອງ

Published on

ອີງໃສ່ແຫລ່ງຂ່າວຈາກ ໜ່ວຍກູ້ໄພມູນິທິຈີນແຈ້ງໃຫ້ຮູ້ວ່າ ເມື່ອວັນທີ 7 ທັນວາ 2016 , ເວລາປະມານ 13:16 ນາທີ ໄດ້ຮັບເເຈັງເຂົ້າເບີສຸກເສີນ1628 ບຸກຄົນບໍ່ອອກນາມ ວ່າໄດ້ພົບສົບຍິງສາວ ບໍ່ຮູ້ຊື່ (ແຫລ່ງຂ່າວເບື້ອງຕົ້ນບໍ່ໄດ້ເປີດເຜີຍໃຫ້ຮູ້) ນອນເສຍຊີວິດຢູ່ທີ່ໃນປ່າ ເຂດບ້ານ ຫ້ວຍນ້ຳໄສ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ

ຫນ່ວຍກູ້ໄພມູນິທິຈີນ ແລະ ເຈົ້າໜ້າທີ່ທ້ອງຖິ່ນໄດ້ເຮັດການກວດສອບຮ່າງຜູ້ເສຍຊີວິດ ພົບວ່າທີ່ໃບໜ້າຂອງຍິງສາວຜູ້ເສຍຊີວິດມີຮ່ອງຮອຍການຖືກນ້ຳກົດສາດ ແລະ ທີ່ງ່ອນຄໍແມ່ນຖືກຕີດ້ວຍຂອງແຂງຢ່າງແຮງ ແລະ ຢູ່ໃນບໍລິເວນສະຖານພົບສົບມີຮ່ອງຮອຍຂອງການຕໍ່ສູ້ກັນ ເຊິ່ງການສັນນິຖານເບື້ອງຕົ້ນຄາດວ່າ ແມ່ນການຄາດຕະກຳໂດຍຄົນຮ້າຍມີການວາງແຜນລ່ວງໜ້າ.

ຕາມທີ່ເຈົ້າໜ້າທີ່ສືບສວນ-ສອບສວນ ໄດ້ສອບຖາມຂໍ້ມູນເບື້ອງຕົ້ນກັບນ້ອງຊາຍຂອງຜູ້ເສຍຊີວິດກໍ່ໄດ້ຮູ້ວ່າ ຜູ້ຕາຍແມ່ນເຮັດວຽກຢູ່ໂຮງງານແຫ່ງໜຶ່ງເຂດບ້ານ ໂພນປາເປົ້າ ຕອນເຊົ້າກໍ່ເຫັນຜູ້ຕາຍເຮັດວຽກຕາມປົກກະຕິ ແລະ ຕອນສວາຍຜູ້ຕາຍກໍ່ຄອບໄປກິນເຂົ້າສວາຍ ແລ້ວບໍ່ເຫັນກັບເຂົ້າມາ ຈົນຮອດເວລາ 13:30 ນາທີກໍ່ໄດ້ຮັບແຈ້ງວ່າຜູ້ກ່ຽວເສຍຊີວິດແລ້ວຍ້ອນຖືກຄາດຕະກຳ ສ່ວນລາຍລະອຽດອື່ນໆກ່ຽວກັບຄະດີນີ້ ຄົນຮ້າຍຜູ້ກໍ່ເຫດຄາດຕະກຳຈະມີໃຜຢູ່ເບື້ອງຫຼັງຍັງຢູ່ໃນການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍ່ໄປ

ສ່ວນສົບຂອງຜູ້ເສຍຊີວິດ ທາງຫນ່ວຍກູ້ໄພມູນິທິຈີນ ແມ່ນໄດ້ໄປຝາກໄວ້ໂຮງເຢັນທີ່ໂຮງໝໍເສດຖາທິຣາດ ເພື່ອໃຫ້ຄອບຄົວພີ່ນ້ອງຂອງຜູ້ເສຍຊີວິດເດີນທາງມາແຕ່ຕ່າງແຂວງເພື່ອມາຮັບສົບໄປປະກອບພິທີທາງສາສະໜາ

ທາງທີມງານລາວໂພສຕ໌ ຂໍສະແດງຄວາມເສຍໃຈແກ່ຄອບຄົວຂອງຜູ້ເສຍຊີວິດທີ່ໄດ້ສູນເສຍຄົນທີ່ຮັກໄປຢ່າງບໍ່ມີມື້ຫວນກັບ ແລະ ຂໍສົ່ງດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິ ສູ່ພົບພູມທີ່ດີດ້ວຍເຖີດ.

7144 714 7155 7166

ຂ່າວຈາກ: ໜ່ວຍກູ້ໄພມູນິທິຈີນ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...