spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໄຂຂໍ້ຂ້ອງໃຈ ສາວໆທີ່ເຮັດວຽກເດິກສ່ຽງເປັນມະເຮັງເຕົ້ານົມຫຼາຍກວ່າ ສາວເຮັດວຽກປົກກະຕິ ແທ້ຫຼືບໍ່?

ໄຂຂໍ້ຂ້ອງໃຈ ສາວໆທີ່ເຮັດວຽກເດິກສ່ຽງເປັນມະເຮັງເຕົ້ານົມຫຼາຍກວ່າ ສາວເຮັດວຽກປົກກະຕິ ແທ້ຫຼືບໍ່?

Published on

ຜູ້ຍິງທີ່ເຮັດວຽກເປັນກະ, ບໍ່ເປັນເວລາປົກກະຕິ ບາງຄັ້ງກໍເຮັດຕອນເດິກ ຮອດທ່ຽງຄືນ ຫຼືໝົດຄືນ ເຮັດໃຫ້ໄດ້ນອນເດິກບໍ່ຖືກເວລາ ບາງຄືນກໍນອນ 1 ໂມງ, 2 ໂມງ ເວລາກິນເວລານອນບໍ່ຊໍ້າກັນຈັກມື້, ຕາລາງເວລາໃນຊີວິດສັບສົນ ເຮັດໃຫ້ຮ່າງກາຍເຮັດວຽກໜັກກວ່າປົກກະຕິ, ບາງຄົນເຮັດໃຫ້ສຸຂະພາບອ່ອນເພຍ ເຈັບປ່ວຍຈົນໄດ້ເຂົ້າໂຮງໝໍ ເຮັດໃຫ້ສ່ຽງເປັນພະຍາດຫຼາຍຊະນິດເຊັ່ນ: ພະຍາດຫົວໃຈ, ຕຸ້ຍໄດ້ງ່າຍ, ພະຍາດເບົາຫວານ, ພະຍາດມະເຮັງໄດ້ອີກດ້ວຍ

ມະຫາວິທະຍາໄລ Oxford ຈຶ່ງໄດ້ພິສູດພະຍາດມະເຮັງເຕົ້ານົມ ກັບຜູ້ຍິງຈຳນວນເກືອບລ້ານຄົນ ແບ່ງເປັນຜູ້ຍິງທີ່ອາສາສະໝັກເຂົ້າຮ່ວມການທົດສອບຈຳນວນ 522,246 ຄົນ, ຈາກມະຫາວິທະຍາໄລ Oxford 22,559 ຄົນ ແລະຈາກແຫຼ່ງຂໍ້ມູນດ້ານສຸຂະພາບຂອງນັກວິໄຈ UK Biobank 251,045 ຄົນ, ເຊິ່ງນັກວິໄຈໄດ້ຕິດຕາມ ອັດຕາການເກີດຂອງສານກໍ່ມະເຮັງ ຜົນປາກົດວ່າ ບໍ່ເປັນຄວາມຈິງ ເພາະຜູ້ຍິງທີ່ເຮັດວຽກກະເດິກບໍ່ໄດ້ ມີຄວາມສ່ຽງຕໍ່ພະຍາດມະເຮັງເຕົ້ານົມຫຼາຍກວ່າຜູ້ຍິງທີ່ເຮັດວຽກປົກກະຕິ

ນອກຈາກນີ້ ຜົນການວິໄຈ ຍັງສອດຄ່ອງກັບຜົນການທົດລອງຂອງສະຫະລັດອາເມລິກາ 2​ ແຫ່ງ, ໃນຈີນ 2 ແຫ່ງ, ຢູ່ສະວີເດັນ 2 ແຫ່ງ ແລະ ອີກ 1 ແຫ່ງຢູ່ເນເທີແລນ, ລວມທັງໝົດເປັນ 8 ສະຖາບັນທີ່ໄດ້ວິໄຈເລື່ອງນີ້ ຫາກນັບລວມຜູ້ຍິງທີ່ເຮັດວຽກກະເດິກ ເຊິ່ງໄດ້ເຂົ້າຮ່ວມການວິໄຈທັງໝົດ 1,400,000 ຄົນ ແລະພົບຜູ້ຍິງທີ່ເປັນພະຍາດມະເຮັງພຽງແຕ່ 4,660 ຄົນເທົ່ານັ້ນ

ດຣ ຣູນ ທຣາວິສ ເວົ້າວ່າ ຜູ້ຍິງທີ່ເຮັດວຽກເດິກ ຫຼືເຮັດວຽກໝົດຄືນ ມີຄວາມສ່ຽງເປັນມະເຮັງເຕົ້ານົມ ເທົ່າກັບຜູ້ຍິງທີ່ເຮັດວຽກເປັນປົກກະຕິທົ່ວໄປ ເຊິ່ງຜົນຈາກການທົດລອງທັງ 8 ສະຖາບັນ ໄດ້ຊີ້ໃຫ້ເຫັນຊັດເຈນວ່າ ບໍ່ໄດ້ຕ່າງກັນຫຼາຍປານໃດ

ດັ່ງນັ້ນ, ຈຶ່ງເວົ້າໄດ້ວ່າ ຜູ້ຍິງທີ່ເຮັດວຽກເດິກ ແລະຜູ້ຍິງທີ່ເຮັດວຽກປົກກະຕິ ຈະມີຄວາມສ່ຽງເທົ່າກັນ, ແຕ່ກໍຢ່າເຮັດວຽກໜັກຈົນເກີນໄປ ເພາະຈະເຮັດໃຫ້ຮ່າງກາຍອ່ອນເພຍ, ຫາກຈຳເປັນເຮັດວຽກເດິກ ກໍຄວນນອນພັກຜ່ອນໃຫ້ພຽງພໍ, ໝັ່ນອອກກຳລັງກາຍ, ກິນອາຫານທີ່ມີປະໂຫຍດ ເພື່ອເຮັດໃຫ້ສຸຂະພາບແຮງແຮງ

ຂອບໃຈຂໍ້ມູນຈາກ: dailymail.co.uk ແລະ medicalnewstoday.com

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...