Homeຂ່າວຕ່າງປະເທດລົດໄຟຈີນສາມາດແລ່ນຜ່ານຫິມະ-40 ອົງສາເຊ

ລົດໄຟຈີນສາມາດແລ່ນຜ່ານຫິມະ-40 ອົງສາເຊ

Published on

ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ສປ ຈີນ​ແລ່ນຜ່ານ​ຫິມະ​ສາມາດ​​ເຄື່ອນທີ່​ໄດ້​ເຖິງ​ອຸນຫະພູມ​ຕິດ​ລົບ 40 ອົງສາ​ເຖິງ 40 ອົງສາ​ເຊ​ໄດ້​ຢ່າງ​ປອດ​ໄຟ.

ອີງຕາມສໍານັກ​ຂ່າວຊິນ​ຮວາ​ລາຍ​ງານ​ວ່າ: ລົດ​ໄຟ​ຄວາມ​ໄວ​ສູງ​ຂະ​ບວນນີ້​ສາມາດ​​ແລ່ນ​ໄດ້​ທ່າມກາງອຸນຫະພູມ​ຕໍ່າ​ຈົນ​ຕິດ​ລົບ 40 ອົງສາ​ເຊ​ໄດ້​ຢ່າງ​ປອດ​ໄພ​ໂດຍ​ເປີດ​ໃຫ້​ບໍລິການ​ມາ​ເປັນ​ເວລາ 4 ປີ​ແລ້ວ​ໃນ​ມົນທົນ​ຫຼຽວໜິງ, ຈິ໋ຫຼິນ ​ແລະ ​ເຮ​ຍຫຼົງ​ຈຽງທາງ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ​ຈີນ, ທັງ​ນີ້​ລົດ​ໄຟ​ຂະ​ບວນດັ່ງກ່າວ​ແລ່ນ​ດ້ວຍ​ຄວາມ​ໄວ 300 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແລະ ສາມາດ​ເຮັດ​ວຽກ​ໄດ້​ທ່າມກາງ​ສະພາບ​ອາກາດ​ທີ່​ຫຼາກ​ຫຼາຍ​ຕັ້ງ​ແຕ່​ອຸນຫະພູມ -40 ​ເຖິງ 40 ອົງສາ​ເຊ, ໂດຍ​ຄວາມ​ລັບ​ຢ່າງ​ໜຶ່ງ​​ໃນ​ການ​ເຮັດ​ວຽກ​ຂອງ​ມັນກໍ​ຄືບັນດາກຳມະກອນ​ຈະນຳ​ເອົາ​ຊ້ວານ​ມາ​​ເຊາະ​ເອົາ​ຫິມະ​ ​ແລະ ນ້ຳກ້ອນ​ອອກ​ຈາກ​ລົດ​ໄຟ​​ໄດ້​ທັນ​ເພື່ອ​ແນ່​ໃຈ​ວ່າ​ລະບົບ​ການ​ເຮັດ​ວຽກ​ຂອງ​ລົດ​ໄຟ​ຈະ​ດຳ​ເນີນ​ໄປ​ດ້ວຍ​ດີ​ບໍ່​ຕິດ​ຂັດ.

ຂະນະ​ດຽວ​ກັນ​ພາຍ​ໃນ​ລົດ​ຂະ​ບວນນີ້​ຈະ​ມີ​ການ​ກຽມ​ຜ້າ​ຫົ່ມ, ​ເສື້ອ​ຜ້າ ​ແລະ ອາຫານ​ສຸກ​ເສີນ​ໄວ້​ສະ​ເໝີ​ເພື່ອ​ໃນ​ກໍລະ​ນີທີ່​ເກີດ​ເຫດ​ສຸກ​ເສີນ​ຂຶ້ນນອກຈາກ​ນີ້ ບັນ​ດາ​ວິ​ສາວະ​ກອນ​ຍັງ​ດຳ​ເນີນ​ການ​ສ້ອມ​ແປງ​ຮັກສາ​ລົດ​ໄຟ​ຂະ​ບວນນີ້​ທຸກ​ມື້ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ຜູ້​ໂດຍສານ​ອີກ​ດ້ວຍ.

ຈາກໜັງສືພິດເສດຖະກິດ-ສັງຄົມ

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...