spot_img
Homeຂ່າວຕ່າງປະເທດໂຄຄາ ໂຄລາ ເປີດໂຮງງານຫລັງໃໝ່ ມູນຄ່າ 100 ລ້ານໂດລາ ຢູ່ກຳປູເຈຍ

ໂຄຄາ ໂຄລາ ເປີດໂຮງງານຫລັງໃໝ່ ມູນຄ່າ 100 ລ້ານໂດລາ ຢູ່ກຳປູເຈຍ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ທັນວາຜ່ານມານີ້ວ່າ ບໍລິສັດ ໂຄຄາ ໂຄລາ ໄດ້ເປີດໂຮງງານຜະລິດນ້ຳອັດລົມແຫ່ງໃໝ່ຂອງຕົນ ມູນຄ່າ 100​ ລ້ານໂດລາ ຢູ່ນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ຢ່າງເປັນທາງການ ເພື່ອເພີ່ມກຳລັງການຜະລິດ ຮອງຮັບການຂະຫຍາຍຕົວຂອງບໍລິສັດ ພາຍໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຊຶ່ງໂຮງງານດັ່ງກ່າວນີ້ ຄາດວ່າຈະສາມາດສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນຊາວກຳປູເຈຍ ຈຳນວນ 817 ຕຳແໜ່ງງານ.

ບໍລິສັດ ຜະລິດນ້ຳດື່ມອັດລົມລາຍໃຫຍ່ຂອງໂລກດັ່ງກ່າວນີ້ ໄດ້ເລີ່ມເຂົ້າມາດຳເນີນທຸລະກິດ ພາຍໃນປະເທດກຳປູເຈຍ ນັບຕັ້ງແຕ່ປີ 1993 ແລະ ໂຮງງານແຫ່ງໃໝ່ນີ້ ຕັ້ງຢູ່ພາຍໃນເຂດເສດຖະກິດພິເສດພະນົມເປັນ ຊຶ່ງເປັນເຂດອຸດສາຫະກຳທີ່ໃຫຍ່ທີ່ສຸດຂອງປະເທດ ໂດຍໂຮງງານດັ່ງກ່າວນີ້ ຈະນຳໃຊ້ພະລັງງານຈາກພະລັງານແສງອາທິດອີກດ້ວຍ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...