spot_img
Homeຂ່າວເຫດການຄະນະຜູ້ແທນລາວ ສຳເລັດການເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ XX ພັກກອມມູນນິດປອກຕຸຍການ

ຄະນະຜູ້ແທນລາວ ສຳເລັດການເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ XX ພັກກອມມູນນິດປອກຕຸຍການ

Published on

ໂດຍ​ຕອບ​ສະໜອງ​ຕາມ​ການເຊື້ອ​ເຊີນຂອງ​ ພັກ​ກອມ​ມູນິດ​ປອກຕຸຍ​ການ, ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ສົມ​ພອນ ສີ​ຈະ​ເລີ​ນ ຮອງ​ເລຂາຄະນະ​ບໍລິຫານ​ງານພັກ ຄະນະພົວພັນຕ່າງປະເທດສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມ​ດ້ວຍ​ຄະນະ ໄດ້ເຂົ້າຮ່ວມກອງປະຊຸມ​ໃຫຍ່ຄັ້ງ​ທີ XX ຂອງ​ ພັກ​ກອມ​ມູນິດປອກຕຸຍ​ການ​ ລະຫວ່າງວັນທີ 2-4 ທັນວາ 2016, ພາຍ​ໃຕ້​ຄໍາ​ຂວັນ “ພັກ​ກອມ​ມູນິດ​ປອກຕຸຍ​ການ ​ເພື່ອ​ປະຊາຊົນຊາວ​ຜູ້​ອອກ​ແຮງ​ງານ, ປະຊາທິປະ​ໄຕ ​ແລະສັງຄົມ​ນິຍົມ”. ກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດປອກຕຸຍການ ເປັນ​​ເຫດການ​ທີ່​ສໍາຄັນ​ທາງ​ດ້ານການ​ເມືອງ​ຂອງ​ ພັກກອມ​ມູນິດປອກຕຸຍ​ການ​ ແລະ ປະຊາຊົນ​ຊາວ​ຜູ້​ອອກ​​ແຮງ​ງານ​ ປອກຕຸຍ​ການ ເພາະໄດ້ໄຂຂຶ້ນໃນທ່າມກາງບັນຍາກາດ ທີ່ພັກຫາກໍ່ສະເຫລີ​ມສະຫລອງ ວັນສ້າງຕັ້ງພັກຄົບຮອບ 95 ປີດ້ວຍກິດຈະກໍາຕ່າງໆ ທີ່ມີຄວາມໝາຍທາງດ້ານການເມືອງ.

ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ສະຫລຸບຕີລາຄາການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIX ແລະ ວາງທິດທາງ, ນະໂຍບາຍຂອງພັກໃນ 4 ປີຕໍ່ໜ້າ ແນ່ໃສ່​ເພື່ອປັບປຸງກໍ່ສ້າງພັກ ໃຫ້ໜັກແໜ້ນເຂັ້ມແຂງ ​ເຊິ່ງກອງປະຊຸມໃຫຍ່ໄດ້ເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ສະໄໝທີ 20 ຈໍານວນ 146 ສະຫາຍ, ກໍາມະການກົມການເມືອງສູນກາງພັກ ຈໍານວນ 20 ສະຫາຍ, ຄະນະເລຂາທິການສູນກາງພັກ ຈໍານວນ 10 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XX ໄດ້ເປັນເອກະສັນເລືອກເອົາ ສະຫາຍ ເຮໂຣນີໂມ ເດີ ຊູຊາ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ອີກສະໄໝໜຶ່ງ.

ຄະນະຜູ້ແທນພັກ ປປ ລາວ​ ໄດ້ຮັບກຽດເຂົ້າຢ້ຽມຂໍ່ານັບ ສະຫາຍ ເຮໂຣນີໂມ ເດີ ຊູຊາ, ເລຂາທິການໃຫຍ່ ພັກກອມມູນິດ ປອກຕຸຍການ ໃນໂອກາດດັ່ງກ່າວ ຄະນະຜູ້ແທນພັກເຮົາ ໄດ້ນໍາເອົາຄໍາຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຂໍ່ານັບຊົມເຊີຍຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ຝາກໄປຍັງສະຫາຍເລຂາທິການໃຫຍ່ ພັກກອມມູນິດປອກຕຸຍການ ເຮໂຣນີໂມ ເດີ ຊູຊາ ພ້ອມທັງມອບສານອວຍພອນກອງປະຊຸມໃຫຍ່ ພັກກອມມູນິກປອກຕຸຍການ ຈາກຄະນະບໍລິຫານງານສູນກາງພັກ ປປ ລາວ. ສະຫາຍ ເລຂາທິການໃຫຍ່ ຊູຊາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ສະຫາຍ ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ກໍ່ຄື ພັກ ປປ ລາວ ທີ່ໄດ້ສົ່ງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ​ເຊິ່ງເປັນການສະແດງເຖິງຄວາມສາມັກຄີ ແລະ ການສະໜັບສະໜູນຂອງພັກ ປປ ລາວ ຕໍ່ພາລະກິດຕໍ່ສູ້ອັນເປັນທໍາ ເພື່ອຄວາມຍຸຕິທໍາ, ເພື່ອສິດທິຂອງຊາວຜູ້ອອກແຮງງານ ແລະ ເພື່ອລັດທິສັງຄົມນິຍົມຂອງຊາວກອມມູນິດປອກຕຸຍການ ພ້ອມທັງຢືນຢັນຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ທີ່ເປັນມູນເຊື້ອອັນດີຖານສະຫາຍອ້າຍນ້ອງ ລະຫວ່າງ ສອງພັກ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນເຂົ້າຮ່ວມ 800 ສະຫາຍ ​ເຊິ່ງເປັນຕົວແທນໃຫ້ແກ່ ສະມາຊິກພັກກອມມູນິດປອກຕຸຍການ ທົ່ວປະເທດຈໍານວນ 54.000 ກວ່າສະຫາຍ ​ແລະ ຍັງມີຄະນະຜູ້ແທນຈາກບັນດາພັກການເມືອງຂອງຕ່າງປະເທດຈໍານວນ 67 ພັກການເມືອງຈາກ 52 ປະເທດໃນທົ່ວໂລກ ໃນນັ້ນ ມີຄະນະຜູ້ແທນຈາກພັກກອມມູນິດຈີນ, ພັກກອມມູນິດຫວຽດນາມ, ພັກ ປປ ລາວ, ພັກກອມມູນິດກູບາ, ພັກແຮງງານເກົາຫລີ ລວມທັງໝົດ 200 ກວ່າສະຫາຍ.

ພັກກອມມູນິດປອກຕຸຍການ ໄດ້ຈັດກອງປະຊຸມໃຫຍ່ຂອງຕົນ ໃນທຸກໆ 4 ປີໂດຍໄດ້ເຊີນພັກການເມືອງທີ່ກ້າວໜ້າໃນໂລກ ເຂົ້າຮ່ວມ, ພັກເຮົາໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງພັກກອມມູນິດປອກຕຸຍການນັບ ແຕ່ຄັ້ງທີ XII ປີ​ 1989 ເປັນຕົ້ນມາ.​

 

ແຫລ່ງຂ່າວ:

ຂປລ

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...