Homeນານາສາລະ5 ສະໝູນໄພ ຊ່ວຍແກ້ເຈັບທ້ອງປະຈໍາເດືອນ

5 ສະໝູນໄພ ຊ່ວຍແກ້ເຈັບທ້ອງປະຈໍາເດືອນ

Published on

ການເຈັບທ້ອງປະຈໍາເດືອນເກີດມາຈາກຫຼາຍສາເຫດເຊັ່ນ: ການກິນອາຫານຜິດປົກກະຕິ, ໂລຫິດຈາງ, ຄວາມຜິດປົກກະຕິຂອງມົດລູກ ແລະຫຼາຍຄົນກໍເລືອກທີ່ຈະກິນຢາປິ່ນປົວ ແຕ່ເຮົາສາມາດກິນສະໝູນໄພ ເພື່ອປິ່ນປົວໃຫ້ດີເຈັບໄດ້ ຊຶ່ງສະໝູນໄພທີ່ຊ່ວຍປິ່ນປົວເຈັບທ້ອງປະຈໍາເດືອນມີດັ່ງນີ້:

  1. ຜັກຫອມລາບ: ເອົາຜັກຫອມລາບແຫ້ງມາບົດໃຫ້ເປັນຝຸ່ນ ແລ້ວມາປະສົມກັບນໍ້າເຜີ້ງ 1 ບ່ວງຊາ ກິນວັນລະ 3 ຄັ້ງ ຫຼືຊົງດື່ມຮ້ອນໆ ຈະຊ່ວຍບັນເທົາອາການເຈັບປວດໄດ້
  2. ຂີ້ມິ້ນ: ໂດຍນໍ້າຂີ້ມິ້ນມາຊົງກັບນໍ້າຮ້ອນດື່ມ ແລະການທີ່ດື່ມນໍ້າຂີ້ມິ້ນເປັນປະຈໍາຍັງຊ່ວຍບໍາລຸງມົດລູກ ແລະຫຼຸດການອັກເສບເວລາເປັນຮອບເດືອນ.
  3. ວ້ານຫາງແຂ້: ເອົາວຸ້ນຂອງວ້ານຫາງແຂ້ມາປະສົມກັບນໍ້າເຜີ້ງ ດື່ມທຸກວັນຫຼັງອາຫານເຊົ້າ ກໍຈະເຮັດໃຫ້ການຕົກໄຂ່ເປັນປົກກະຕິ
  4. ແກ່ນຂອງຜັກຫອມປ້ອມ: ເອົາມາຕົ້ມໃນຊ່ວງທີ່ເປັນຮອບເດືອນ ດື່ມວັນລະ 3 ຄັ້ງ ແຕ່ສໍາຫຼັບຄົນທີ່ເປັນພະຍາດໝາກໄຂ່ຫຼັງ ຄວນຫຼີກລ່ຽງວິທີນີ້ ເພາະແກ່ນຜັກຊະນິດນີ້ມີໂພແທກຊຽມສູງ
  5. ຂີງ: ເອົາຂີງສົດໄປຕົ້ມ ແລ້ວດື່ມ 3 ເວລາຫຼັງອາຫານ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...