spot_img
Homeຂ່າວເຫດການນາຍົກ ຕ້ອນຮັບຜູ້ປະສານງານ ອົງການສະຫະປະຊາຊາດ

ນາຍົກ ຕ້ອນຮັບຜູ້ປະສານງານ ອົງການສະຫະປະຊາຊາດ

Published on

ໃນວັນທີ 6 ທັນວາ ນີ້ ຢູ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານນາງ ຄາຣິນາ ອິມໂມເມັນ ຜູ້ປະສານງານ ອົງການສະຫະປະຊາຊາດ ທັງເປັນຜູ້ຕາງໜ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳສປປ ລາວ ພ້ອມຄະນະ ໃນໂອກາດເຂົ້າຮ່ວມ ກອງປະຊຸມໂຕະມົນ ປະຈຳປີ 2016 ທີ່ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 24-26 ພະຈິກຜ່ານມາ ຢູ່ ແຂວງວຽງຈັນ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ໝາກຜົນສຳເລັດຂອງ ກອງປະຊຸມໂຕະມົນດັ່ງກ່າວ ທີ່ຄະນະຜູ້ແທນ ໄດ້ຕັ້ງໜ້າປະກອບສ່ວນ ແລະ ປະກອບຄຳຄິດຄຳເຫັນ ຕໍ່ກອງປະຊຸມຢ່າງຈິງໃຈ ກົງໄປກົງມາຕໍ່ກັບຜົນສຳເລັດ, ສິ່ງທ້າທາຍໃນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2015-2016) ວຽກຈຸດສຸມທີ່ຈະຈັດຕັ້ງປະຕິບັດໃນປີ 2017 ແລະ ຕໍ່ໜ້າ ລວມທັງວຽກຈຸດສຸມ ທີ່ໄດ້ປຶກສາຫາລື ຢູ່ ກອງປະຊຸມເຊິ່ງລວມ ມີ: ການເຊື່ອມສານ ເອົາບັນດາເປົ້າໝາຍ ການພັດທະນາແບບຍືນຍົງ ເຂົ້າໃນວາລະ ການພັດທະນາແຫ່ງຊາດ, ການຈັດຕັ້ງປະຕິບັດ ວຽກງານການຄ້ຳປະກັນ ສະບຽງອາຫານ ແລະ ໂພຊະນາການ, ການກຽມຄວາມພ້ອມຮັບມື ກັບການປ່ຽນແປງ ຂອງດິນຟ້າອາກາດ ແລະ ການເຕີບໂຕສີຂຽວ, ການກະກຽມ ແລະ ຮັບຮອງແຜນດຳເນີນງານ ຖະແຫລງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມ ເພື່ອການພັດທະນາ.

%e0%ba%99%e0%ba%b2%e0%ba%99%e0%ba%bb%e0%ba%81

ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ທີ່ຄູ່ຮ່ວມພັດທະນາ ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ສປປ ລາວ ໃນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ກໍຄື ການຈັດຕັ້ງປະຕິບັດ ບັນດາເປົ້າໝາຍການພັດທະນາ ແບບຍືນຍົງ (SDGs) ໂດຍສະເພາະ ເລັ່ງໃສ່ແກ້ໄຂຫລຸດຜ່ອນ ຄວາມທຸກຍາກ ແລະ ນຳເອົາປະເທດຊາດຫລຸດພົ້ນ ອອກຈາກສະຖານະພາບ ຄວາມເປັນປະເທດ ດ້ອຍພັດທະນາ ໃນປີ 2020, ພ້ອມຫວັງຢ່າງຍິ່ງວ່າ ບັນດາຄູ່ຮ່ວມພັດທະນາ ຈະສືບຕໍ່ໃຫ້ການຮ່ວມມື ແລະ ເພີ່ມການຊ່ວຍເຫລືອລາວ ເປັນຕົ້ນ ຊຸກຍູ້ ສປປ ລາວ ໃນການດຶງດູດ ການລົງທຶນ, ການຊ່ວຍເຫລືອ ໃຫ້ຂະແໜງການຕ່າງໆ ເຊັ່ນ: ການເຊື່ອມສານເອົາ ບັນດາເປົ້າໝາຍການພັດທະນາ ແບບຍືນຍົງ, ການຈັດຕັ້ງປະຕິບັດ ແຜນງານຄ້ຳປະກັນ ສະບຽງອາຫານ-ໂພຊະນາການ, ບັນດາຍຸດທະສາດວ່າດ້ວຍ ການເຕີບໂຕສີຂຽວ, ການປ່ຽນແປງດິນຟ້າອາກາດ, ກຽມຄວາມພ້ອມເພື່ອຮັບມືກັບ ໄພພິບັດທາງທຳມະຊາດຕ່າງໆ, ຊ່ວຍດ້ານວິຊາການ ເພື່ອໃຫ້ກອງເລຂາ SDG ແລະ ຂະແໜງການຕ່າງໆ ສາມາດເຊື່ອມສານ ບັນດາຕົວຊີ້ວັດຂອງເປົ້າໝາຍ ການພັດທະນາ ແບບຍືນຍົງ ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ, ໃຫ້ບັນດາປະເທດ ຄູ່ຮ່ວມພັດທະນາຊ່ວຍສືບຕໍ່ປະຕິບັດ ພັນທະການຮ່ວມ ພັດທະນາຮ່ວມກັນ ໂດຍສະເພາະ ແມ່ນວຽກງານສົ່ງເສີມບົດບາດ ຍິງ-ຊາຍ ແລະ ວຽກງານເກັບກູ້ ລະເບີດບໍ່ທັນແຕກ, ສືບຕໍ່ຊ່ວຍ ສປປ ລາວ ໃຫ້ສາມາດຜະລິດ, ແຂ່ງຂັນກັບຕະຫລາດສາກົນໄດ້ ໂດຍສະເພາະ ພາຍໃຕ້ຂອບການສັນຍາຂອງ WTO ເພື່ອປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ບັນລຸໄດ້ ບັນດາເປົ້າໝາຍ ການພັດທະນາ ແບບຍືນຍົງ ຮອດປີ 2030.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...