spot_img
Homeຊີວິດແລະຄວາມຮັກ7 ເຫດຜົນທີ່ຄົນໂສດຄວນຮູ້ໄວ້ ວ່າເປັນຫຍັງໂສດ ຈຶ່ງດີກວ່າການມີແຟນ

7 ເຫດຜົນທີ່ຄົນໂສດຄວນຮູ້ໄວ້ ວ່າເປັນຫຍັງໂສດ ຈຶ່ງດີກວ່າການມີແຟນ

Published on

ຄົນໂສດຫຼາຍໆຄົນ ມັກຈະອິດສາຄົນທີ່ມີຄູ່ ທີ່ເຂົາຮັກກັນ ແລະຍັງໂທດຕົນເອງວ່າ ເປັນຫຍັງ ຕົນເອງຈຶ່ງບໍ່ມີແຟນ, ແຕ່ຄວນຢຸດຄິດແບບນັ້ນທັນທີ ເພາະຄົນທີ່ໂສດນັ້ນມີດີຫຼາຍຢ່າງດັ່ງນີ້

  1. ມີເວລາເປັນຂອງຕົນເອງ: ເພາະຄົນໂສດບໍ່ໄດ້ແບ່ງເວລາໄປໃຫ້ໃຜ ເຊິ່ງມີເວລາວ່າງ ຈະເຮັດຫຍັງກໍໄດ້ ຕາມແຕ່ໃຈເຮົາມັກ
  2. ເບິ່ງໜັງຕາມໃຈເຮົາມັກ: ເພາະວ່າເບິ່ງຄົນດຽວ ຢາກເບິ່ງໜັງຫຍັງກໍເບິ່ງ ໂດຍທີ່ບໍ່ມີໃຜມາຍາດເບິ່ງນຳ
  3. ມີຄວາມເຂັ້ມແຂງຫຼາຍຂຶ້ນ: ເພາະເຮົາຢູ່ຄົນດຽວ ເຮົາຕ້ອງຊ່ວຍຕົວເອງໃຫ້ໄດ້ ເຮົາກໍຕ້ອງມີຄວາມເຂັ້ມແຂງຫຼາຍຂຶ້ນ
  4. ມີເວລາກັບຄອບຄົວ: ເວລາທີ່ເຮົາວ່າງເຮົາກໍຈະຄິດເຫັນຄອບຄົວ, ຄິດຮອດພໍ່ແມ່ ຍາດຕິພີ່ນ້ອງ ແລະຈະມີເວລາຢູ່ກັບຄອບຄົວຕາມໃຈຕົນເອງຕ້ອງການ
  5. ກິນຫຍັງກໍສະບາຍ: ເວລາທີ່ເຮົາຢູ່ຄົນດຽວ ຢາກກິນຫຍັງກໍກິນ ໂດຍທີ່ບໍ່ໄດ້ຄິດເຫັນອີກຄົນ ເພາະບາງຄັ້ງເຂົາອາດບໍ່ໄດ້ມັກຄືເຮົາ
  6. ສາມາດໄປທ່ຽວໄດ້ຕາມໃຈມັກ: ໂດຍທີ່ບໍ່ມີໃຜມາຄອຍຫ້າມບໍ່ໃຫ້ໄປ, ເມື່ອເຮົາໂສດເຮົາຢາກໄປໃສກໍໄປໄດ້ ສະບາຍ ຕາມຄວາມຕ້ອງການ
  7. ໃສ່ເຄື່ອງນຸ່ງແບບໃດກໍໄດ້: ເມື່ອເຮົາໂສດ ເຮົາຢາກນຸ່ງເຄື່ອງແບບໃດກໍໄດ້ ຕາມແຕ່ໃຈເຮົາມັກ, ແຕ່ຖ້າມີແຟນຕ້ອງນຸ່ງເຄື່ອງເອົາໃຈແຟນ, ຈະນຸ່ງເຂີນຫຼາຍກໍບໍ່ໄດ້ ຫຼືນຸ່ງເຄື່ອງທີ່ຂີ້ຮ້າຍເກີນໄປກໍບໍ່ໄດ້ ຕ້ອງນຸ່ງເຄື່ອງທີ່ງາມຕະຫຼອດ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...