Homeຂ່າວເຫດການຄະນະຈັດຕັ້ງສູນກາງພັກ ຕີລາຄາວຽກງານຈັດຕັ້ງ ປະຈໍາປີ 2016

ຄະນະຈັດຕັ້ງສູນກາງພັກ ຕີລາຄາວຽກງານຈັດຕັ້ງ ປະຈໍາປີ 2016

Published on

​ໃນວັນ​ທີ 5 ທັນວານີ້ ຢູ່​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ ​ວຽກ​ງານ​ຈັດ​ຕັ້ງ​ ປະ​ຈໍາປີ 2016 ຂຶ້ນ ​ເພື່ອ​ຕີ​ລາຄາ​ຄືນ ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈັດ​ຕັ້ງ​ ໃນ​ໄລຍະ 1 ປີຜ່ານມາ ​ແລະ ວາງ​ທິດ​ທາງ​ແຜນການ​ໃນ​ຕໍ່ໜ້າ ​​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານຂອງ ທ່ານ ຈັນ​ສີ ​ໂພສີ​ຄໍາ ກໍາມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາ​ທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີ​ບັນດາ​ຮອງ​ຄະນະ​ຈັດ​ຕັ້ງ​ ສູນ​ກາງ​ພັກ, ຫົວໜ້າ​ກົມ, ຮອງ​ກົມ ​ແລະ ພະນັກງານ​ສະມາຊິກ​ພັກ, ພ້ອມ​ດ້ວຍພະນັກງານ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ວັນ​ໄຊ ພອງ​ສະຫວັນ ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ ກ່າວ​ວ່າ: ຕະຫລອດ​ໄລຍະ 1 ປີຜ່ານມາ ຄະນະ​ພັກ​ແຕ່ລະ​ຂັ້ນ​ ໄດ້​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ ການ​ເມືອງ-​ແນວ​ຄິດ ​ຂອງ​ສະມາຊິກ​ພັກ, ພະນັກງານ​ທີ່ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ​ເປັນ​ປົກກະຕິ​ ເປັນ​ຕົ້ນ​ແມ່ນ ​​ສຶກສາ​ອົບຮົມ​ແນວທາງ​ການ​ເມືອງ​ ຂອງ​ພັກ–ລັດ​ໃນ​ແຕ່ລະ​ໄລຍະ, ​ເອົາ​ໃຈ​ໃສ່​ປັບປຸງ​ການຈັດ​ຕັ້ງ ​ຮາກ​ຖານ​ພັກ​ ໂດຍ​ສຸມ​ໃສ່​ການ​ກໍ່ສ້າງ​ໜ່ວຍພັກ​ເຂັ້ມ​ແຂງ ​ຮູ້​ນໍາພາ​ຮອບດ້ານ ​ຕິດ​ພັນ​ກັບ​ຂະ​ບວນການ 3 ສ້າງ​ ເຮັດ​ໃຫ້​ຈໍານວນ​ໜ່ວຍ​ພັກ​ ເຂັ້ມ​ແຂງ–ຮູ້​ນໍາພາ​ຮອບດ້ານ​ ເພີ່ມ​ຂຶ້ນ​ກວ່າ​ທຸກ​ໆ​ປີ, ສະ​ເພາະ​ປີ 2016 ສ້າງ​ໄດ້ 10.838 ໜ່ວຍ, ກວມ 59,66% ຂອງ​ໜ່ວຍ​ພັກ​ທັງ​ໝົດ, ຢືດໝັ້ນ​ເຄົາລົບ ​ແລະ ປະຕິບັດ​ຫລັກການ​ນໍາພາ​ຂອງ​ພັກ​ ຕາມ​ຫລັກການ​ລວມສູນ​ປະຊາທິປະ​ໄຕ, ຕົກລົງ​ເປັນ​ໝູ່​ຄະນະ​ ມີ​ການ​ແບ່ງ​ງານ, ​ແບ່ງ​ຄວາມ​ຮັບຜິດຊອບ​ຈະ​ແຈ້ງ, ດ້ວຍ​ການ​ກໍານົດ​ພາ​ລະ​ບົດບາດ​ໜ້າ​ທີ່​ຂອງ​ຕົນ, ​ເອົາ​ໃຈ​ໃສ່​ກໍ່ສ້າງ​ບໍາລຸງ​ພະນັກງານ ​ທັງ​ໄລຍະ​ຍາວ ​ແລະ ສັ້ນ​​ໃນ​ດ້ານ​ຕ່າງ​ໆ ຢູພາຍ​ໃນ ​ແລະ ຕ່າງປະ​ເທດໄດ້​ 1.110 ຄົນ​, ຍິງ 213 ຄົນ ພ້ອມ​ກັນ​ນັ້ນ ​ກໍ​ໄດ້​ປັບປຸງ​ການຈັດ​ຕັ້ງຂອງ​ລັດ ​ສອດຄ່ອງ​ກັບ​ລະບຽບ​ພັກ ​ແລະ ກົດໝາຍ​ການ​ປົກຄອງ, ​ໄດ້​ຄົ້ນ​ຄ້ວາ​ສ້າງ​ຕັ້ງ​ສະພາ​ປະຊາຊົນ ​ຂັ້ນ​ທ້ອງ​ຖີ່ນ, ສ່ວນ​ຢູ່​ສະພາ​ແຫ່ງ​ຊາດ ກໍ​ໄດ້​ສ້າງ​ຕັ້ງ ​ຄະນະ​ກໍາມາ​ທິການ​ເສດຖະກິດ​ເຕັກ​ໂນ​ໂລ​ຊີ ​ແລະ ກໍາມາ​ທິການ​ຍຸຕິ​ທໍາ ​ປ່ຽນ​ຊື່​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ເປັນ​ຄະນະ​ເລຂາທິການສະພາ​ແຫ່ງ​ຊາດ, ປັບປຸງ​ກົນ​ໄກ​ການ​ສ້າງ​ກົດໝາຍ, ກົນ​ໄກ​ປະສານ​ງານ ລະຫວ່າງ ສະພາ​ແຫ່ງ​ຊາດ​ ກັບ​ອົງການ​ບໍລິຫານ, ຕຸລາການ​ ໃຫ້​ມີ​ຄວາມ​ສອດຄ່ອງດີຂຶ້ນກ​ວ່າ​ເກົ່າ, ຄົ້ົ້ນຄ້ວາ​ປັບປຸງ​ກົ​ງຈັກ​ລັດຖະບານ​ ໂດຍ​ສືບ​ຕໍ່​ຮັກສາ 18 ກະຊວງ 3 ອົງການ​ທຽບ​ເທົ່າ​ຄື​ເກົ່າ, ​ແຕ່​ໄດ້​ຄົ້ນຄວ້າ​ສັບຊ້ອນກົງຈັກ​ການຈັດ​ຕັ້ງ​ບາງ​ຫົວໜ່ວຍ​ ທີ່​ຂຶ້ນ​ກັບ​ຫ້ອງ​ວ່າການ​ ສໍານັກງານ​ນາຍົກລັດຖະມົນຕີ ​ແລະ ບາງ​ກະຊວງ​ອົງການ​ຈໍານວນ​ໜຶ່ງ​ຄືນໃໝ່, ປັບປຸງ​ພາລະ​ບົດບາດ​ກົນ​ໄກການ​ບໍລິຫານ​ຂອງ​ບັນດາ​ກະຊວງ–ອົງການ​ ໃຫ້​ໄປ​ຕາມ​ທິດ​ປະຕິບັດ​ບົດບາດ​ ຄຸ້ມ​ຄອງ​ມະຫາ​ພາກ​ເປັນ​ຕົ້ນຕໍ, ຫັນ​ຄວາມ​ຮັບຜິດຊອບ ​ສິດ​ຕົກລົງ​ໃຫ້​ແຂວງ ​ແລະ ​ເມືອງ​ຫລາຍ​ຂຶ້ນ ​ຕາມ​ນະ​ໂຍບາຍ 3 ສ້າງ.

ທ່ານ ວັນ​ໄຊ ພອງ​ສະຫວັນ ກ່າວ​ຕື່ມ​​ວ່າ: ຄຽງ​ຄູ່​ກັນ​ນີ້ ການປະຕິບັດວຽກ​ງານ​ຈັດ​ຕັ້ງ ​ໃນ​ໄລຍະ​ຜ່ານມາ​ ກໍ​ມີ​ຫລາຍ​ບັນຫາທີ່​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ປັບປຸງ​​ແກ້​ໄຂ​ຕື່ມ ​ເປັນ​ຕົ້ນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຄະນະ​ພັກ​ຈໍານວນ​ໜຶ່ງ​ ຕໍ່​ການ​ສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ​ ໃຫ້​ສະມາຊິກ​ພັກ, ພະນັກງານ​ທີ່ຢູ່​ ໃນ​ຄວາມ​ຮັບ​ຜິ​ດຊອບ​ຂອງ​ຕົນ​ບໍ່​ທັນ​ສູງ, ການ​ສ້າງ​ແຫ​ລ່ງຂະຫຍາຍ​ພັກ​ບໍ່​ທັນ​ດີ, ຂະ​ບວນການ​ທົດ​ສອບ ​ບໍ່​ມີ​ລັກສະນະ​ຮອບດ້ານ​ ເບິ່ງ​ແຕ່​ດ້ານ​ໃດ​ດ້ານ​ໜຶ່ງ, ການ​ສຶກສາ​ອົບຮົມ​ເປົ້າໝາຍ​ເຂົ້າ​ພັກ​ບໍ່​ເລິກ​ເຊິ່ງ, ການ​ຄຸ້ມ​ຄອງ​, ຈັດ​ວາງ, ຊັບ​ຊ້ອນ​ນໍາ​ໃຊ້​ພະນັກງານ​ບໍ່​ທັນ​ດີ​, ​ຂາດ​ກົນ​ໄກ​ທີ່​ມີ​ສ່ວນ​ຮ່ວມ​ຂອງ​ຫລາຍ​ພາກສ່ວນ​ຂອງ​ສັງຄົມ ​ແລະ ບໍ່​ທັນ​ນໍາ​ໃຊ້​ຫລາຍ​ວິທີ​ ໃນ​ການ​ນໍາ​ໃຊ້ພະນັກງານ, ດ້ານ​ໜຶ່ງ​ຍັງ​ຂາດ​ຄວາມ​ເດັດ​ຂາດ, ​ເຂັ້ມ​ງວດ​ຕໍ່​ການ​ແກ້​ໄຂ​ບັນຫາພະນັກງານ, ການ​ນໍາ​ຂອງ​ຄະນະ​ຈັດ​ຕັ້ງ​ແຕ່ລະ​ທ້ອງ​ຖິ່ນ, ຫົວໜ້າ​ກົມ​ຈັດ​ຕັ້ງ​ແຕ່​ລະ​ກະຊວງ​-ອົງການ, ມີ​ການ​ປ່ຽນ​ແປງ​ເລື້ອຍໆ, ຄະນະ​ພັກ​ແຕ່ລະ​ຂັ້ນ ​ບໍ່​ທັນ​ເອົາ​ໃຈ​ໃສ່​ປະຕິບັດ​ນະ​​ໂຍບາຍ​ ທີ່​ເປັນ​ສິ່ງ​ກະຕຸກ​ຊຸກຍູ້​ ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ຂອງ ​ຖັນ​ແຖວ​ພະນັກງານ–ລັດຖະກອນ ​ຢ່າງ​ເໝາະ​ສົມ ​ໂດຍ​ສະ​ເພາະ​ຕໍ່​ຜູ້​ທີ່​ມີ​ຄວາມ​ສາມາດ​ພິ​ເສດ ຫລື ຕໍ່​ພະນັກງານ​ໃນ​ຂົງ​ເຂດທີ່​ມີ​ຄວາມ​ຫຍຸ້ງຍາກ, ທຸລະກັນດານ​ຢ່າງ​ສົມ​ເຫດ​ສົມ​ຜົນ.

dsc_6840-chansy-2

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...