spot_img
Homeໜັງໃໝ່ຊີຣີ້ຈີນ ທີ່ໜ້າຕິດຕາມ "ຮັກທະລຸມິຕິ" ຄໍຊີຣີ້ບໍ່ຄວນພາດ

ຊີຣີ້ຈີນ ທີ່ໜ້າຕິດຕາມ “ຮັກທະລຸມິຕິ” ຄໍຊີຣີ້ບໍ່ຄວນພາດ

Published on

ໃນຄໍລຳໜັງໃໝ່ ມື້ນີ້ແອັດມິນຈະມານຳສະເໜີຊີຣີ້ຈາກເມືອງຈີນ ຟັງອາດບໍ່ຄຸ້ນຫູ ເພາະປົກກະຕິຫຼາຍຄົນມັກຈະເບິ່ງຊີຣີ້ເກົາຫຼີໃຕ້ ແຕ່ສຳລັບຄົນຄໍຊີຣີ້ ຕ້ອງບໍ່ຄວນພາດເບິ່ງຊີຣີ້ຈີນເລື່ອງນີ້ “ຮັກທະລຸມິຕິ” ເດັດຂາດ ເຊິ່ງປັດຈຸບັນໄດ້ອອກອາກາດທາງໂທລະພາບຂອງເພື່ອນບ້ານ ຊ່ອງ 32 ໄທຍລັດ ເຊິ່ງໄດ້ອອກເຜີຍແຜ່ທາງຊ່ອງຕັ້ງແຕ່ວັນທີ 19 ພະຈິກ 2016 ທີ່ຜ່ານມາ ເບື້ອງຕົ້ນແອັດມິນເຄີຍເຫັນທາງຊ່ອງໂຄສະນາຜ່ານໆ ແຕ່ບໍ່ໄດ້ໃສ່ໃຈຫຍັງ ແຕ່ເມື່ອ 2-3 ມື້ກ່ອນແອັດມິນໄດ້ໄປເຫັນຮູບເງົາຊີຣີ້ເລື່ອງນີ້ອີກຄັ້ງຜ່ານທາງ youtube ເລີຍຕັດສິນໃຈເບິ່ງ ຕ້ອງຂໍເລົ່າເລີີຍວ່າ ເລື່ອງນີ້ເປັນອີກເລື່ອງໜຶ່ງທີ່ມ່ວນ, ຊຶ້ງ ແລະ ໜ້າລຸ້ນໜ້າຕິດຕາມສຸດໆ ເຊິ່ງປັດຈຸບັນໄດ້ອອກອາກາດເຖິງ 16 ຕອນແລ້ວ ຍັງພຽງອີກ 8 ຕອນກໍ່ຈະຈົບເລື່ອງ

5a72cbd2e2

ຫຼາຍຄົນອາດຈະບໍ່ເຄີຍຮູ້ກ່ຽວກັບຊີຣີ້ເລື່ອງນີ້ ດັ່ງນັ້ນແອັດມິນມີເລື່ອງຫຍໍ້ຂອງຊີຣີ້ “ຮັກທະລຸມິຕິ” ມາເລົ່າສູ່ຟັງ

ເລື່ອງຫຍໍ້ຂອງຊີຣີ້ “ຮັກທະລຸມິຕິ” ມັນເປັນຄວາມຮັກທີ່ເກີດຂຶ້ນລະຫວ່າງຄົນສອງຄົນຈາກຍຸກສະໄໝທີ່ແຕກຕ່າງກັນ  ບັນດິດໜຸ່ມຮູບງາມ “ກົງໝິງ” ໃນຍຸກຣາຊວົງຫັ້ນ ເມື່ອສອງພັນປີກ່ອນ ບັງເອີນທະລຸມິຕິເຂົ້າໄປໃນຍຸກປັດຈຸບັນ ໂດຍມີປ້າຍຍົກເປັນຕົວນຳທາງຂ້າມການເວລາ “ກົງໝິງ” ໄດ້ພົບກັບນັກສະແດງສາວ “ຫຼິນຊຽງຊຽງ” ແລ້ວທັງສອງກໍ່ໄດ້ເກີດຕົກຫຼຸມຮັກກັນ ເລື່ອງລາວຄວາມຮັກແຫ່ງໂຊກຊະຕາຂອງທັງສອງ ແລະ ຄວາມມຸ່ງໝັ້ນຂອງ ກົງໝິງ ທີ່ຕ້ອງການແກ້ໄຂປະຫວັດສາດໃນຍຸກຫັ້ນ ພ້ອມຊ່ວຍຊີວິດ ຮ່ອງເຮົາສີ່ ແລະ ໂຊກຊະຕາຂອງຕົນເອງຈະເປັນແນວໃດນັ້ນ ເຮົາຕ້ອງມາລຸ້ນນຳກັນ ໃນຊີຣີ້ເລືື່ອງ “ຮັກທະລຸມິຕິ” ອອກອາກາດທຸກວັນເສົາ-ອາທິດ ເວລາ 23:00-24:00 ໂມງ ທາງຊ່ອງ 32 ໄທຍລັດ

ຊີຣີ້ເລື່ອງນີ້ມີທັງໝົດ 24 ຕອນ ເຊິ່ງເປັນເລື່ອງຕັດແກ້ຈາກເກົາຫຼີໃຕ້ຍອດນິຍົມຢ່າງ Queen Inhyun’s Man ມາສູ່ເວີຊັ່ນຮູບເງົາຊີຣີ້ຈີນຊຸດ Love Through a Millennium ຫຼື “ຮັກທະລຸມິຕິ”

ໃນຊີຣີ້ເລື່ອງນີ້ມີນັກສະແດງຊື່ດັງຂອງເມືອງຈີນທີ່ຮ່ວມສະແດງເຊັ່ນ: ເຈິ້ງສ່ວງ, ຈິງປໍຫຼັນ, ເຊຍອີ້ຫຼິນ, ເສິນສຽງ, ຫວງປໍຈວິນ.

ເອົາເປັນວ່າຕອນນີ້ເຮົາບໍ່ເວົ້າຫຍັງຫຼາຍ ແອັດມິນຈະໃຫ້ທຸກຄົນໄດ້ເບິ່ງຊີຣີ້ “ຮັກທະລຸມິຕິ” ຕອນ 1 ພາກໄທຍ ຖ້າໃຜຕ້ອງການເບິ່ງພາກຕໍ່ໄປກໍ່ສາມາດເບິ່ງທາງ youtube ໄດ້.

https://youtu.be/XVYw_KH_oXs

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...