spot_img
HomeຊີວິດແລະຄວາມຮັກWedding-Sex-love8 ວິທີເພີ່ມພະລັງທາງເພດ

8 ວິທີເພີ່ມພະລັງທາງເພດ

Published on

ຂໍ້ດີຂອງການມີເຊັກສ໌ມີຫຼາຍ ແຕ່ຫຼາຍໆຄົນ ກັບບໍ່ຮູ້ສຶກແນວນັ້ນ ຫຼາຍໆຄົນທີ່ບໍ່ຢາກມີເຊັກສ໌ ໂດຍບອກວ່າບໍ່ມີອາລົມ ເຮັດໃຫ້ບໍ່ຢາກເລີ່ມຕົ້ນລີລາຮັກ, ຫາກເຈົ້າເປັນຄົນໜຶ່ງ ທີ່ມັກເປັນແບບນັ້ນ ລອງຫາວິທີເພີ່ມພະລັງ ຫຼືປຸກອາລົມທາງເພດຂອງເຈົ້າ ດ້ວຍການປະຕິບັດຕາມຂໍ້ແນະນຳດັ່ງນີ້

  1. ນອນພັກຜ່ອນໃຫ້ພຽງພໍ: ເພາະຄົນສ່ວນຫຼາຍໃຫ້ຄວາມສຳຄັນກັບການເລືອກກິນອາຫານທີ່ມີປະໂຫຍດ ເພື່ອໃຫ້ຮ່າງກາຍໄດ້ຮັບພະລັງງານທີ່ພຽງພໍ ແຕ່ກັບບໍ່ໃຫ້ຄວາມສຳຄັນກັບການນອນຫຼັບພັກຜ່ອນໃຫ້ພຽງພໍ, ການນອນພັກຜ່ອນບໍ່ພຽງພໍ ເຮັດໃຫ້ຮ່າງກາຍເມື່ອຍ, ອ່ອນເພຍງ່າຍ ເຊິ່ງຄວນຈະນອນມື້ລະ 7-9 ຊົ່ວໂມງແມ່ນດີທີ່ສຸດ
  2. ກິນອາຫານທີ່ມີປະໂຫຍດເຊັ່ນ: ໂປຣຕີນ ຈະເຮັດໃຫ້ຮ່າງກາຍມີພະລັງ, ບໍ່ວ່າຈະເປັນໂປຣຕີນຈາກຊີ້ນສັດ, ໄຂ່, ປາ ເຊິ່ງຈະໃຫ້ພະລັງງານແກ່ຮ່າງກາຍໄດ້ ແລະຄວນກິນອາຫານທີ່ມີໄຂມັນເຊັ່ນ: ນໍ້າມັນໝາກພ້າວ, ອາໂວ ກາໂດ, ອາຫານພວກນີ້ ເປັນອາຫານທີ່ມີພະລັງງານ ແລະເຮັດໃຫ້ຮ່າງກາຍມີຄວາມພ້ອມສຳລັບການມີເຊັກສ໌
  3. ຜ່ອນຄາຍ: ເພາະຄວາມຄຽດ ເປັນສາເຫດເຮັດໃຫ້ຜູ້ຊາຍເສື່ອມສະມັດທະພາບທາງເພດ, ເພາະຄວາມເຄັ່ງຄຽດມີຜົນກະທົບຕໍ່ໂຮໂມນເພດ ແລະກະທົບຕໍ່ການຜະລິດເທສທອສເຕີໂຣນ ແລ້ວກໍຈະເຮັດໃຫ້ອາລົມເພດຫຼຸດລົງໄດ້
  4. ເບິ່ງກິລາ: ເພາະການເບິ່ງກິລາຊ່ວຍກະຕຸ້ນ ເທສທອສເຕີໂຣນ ໃຫ້ກັບຜູ້ຊາຍ ແລະຜູ້ຍິງ ເຄີຍມີການວິໄຈພົບວ່າ ຊ່ວງທີ່ມີການແຂ່ງຂັນກິລາໂລກ ຊາຍ ແລະຍິງ ມີເຊັກສ໌ຫຼາຍຂຶ້ນ
  5. ອອກກຳລັງກາຍ: ເປັນວິທີໜຶ່ງທີ່ດີ ໃນການກະຕຸ້ນພະລັງທາງເພດ ເພາະຈະເຮັດໃຫ້ເລືອດໄຫຼວຽນດີ ແລະເຮັດໃຫ້ເກີດອາລົມທາງເພດຂຶ້ນ
  6. ຫາສິ່ງກະຕຸ້ນອາລົມ: ອາດຈະເປັນໜັງໂຣແມນຕິກ ຈະຊ່ວຍປຸກອາລົມໄດ້
  7. ຟັງເພງ: ເພາະເພງ ເປັນສິ່ງທີ່ຊ່ວຍສ້າງບັນຍາກາດ ໃຫ້ກັບການມີເຊັກສ໌ໄດ້ເປັນຢ່າງດີ ແຕ່ຄວນເລືອກໃຫ້ເໝາະກັບອາລົມທັງສອງຝ່າຍ
  8. ກິນໝາກໄມ້: ເພື່ອເພີ່ມປະສິດທິພາບໃນການເຮັດວຽກຂອງລະບົບເຜົາຜານ ແລະດູດຊຶມອາຫານຂອງຮ່າງກາຍ ຖ້າລະບົບດັ່ງກ່າວດີ ຮ່າງກາຍກໍສາມາດຮັບພະລັງງານຈາກອາຫານຢ່າງເຕັມທີ່ ເຊິ່ງຈະຊ່ວຍປັບສົມດູນໃຫ້ໂຮໂມນເພດອີກດ້ວຍ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...