Homeຂ່າວຕ່າງປະເທດລັດຮາວາຍອາກາດໜາວຫຼາຍ ຫິມະຕົກລົງທັບຖົມສູງເກືອບຮອດແມັດ

ລັດຮາວາຍອາກາດໜາວຫຼາຍ ຫິມະຕົກລົງທັບຖົມສູງເກືອບຮອດແມັດ

Published on

ອີງຕາມສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 4 ທັນວາຜ່ານມາວ່າ ລັດຮາວາຍ ເປັນສ່ວນໜຶ່ງຂອງສະຫະລັດ ໄດ້ຮັບການປະກາດເຕືອນອາກາດໜາວ ພ້ອມທັງຫິມະຕົກທັບຖົມສູງເຖິງ 90cm ໃນຊ່ວງບໍ່ບໍ່ພໍເທົ່າໃດມື້, ຜູ້ຊ່ຽວຊານກ່ຽວກັບອາກາດເວົ້າວ່າ ມີຄວາມຜິດປົກກະຕິທີ່ຫິມະຈະຕົກໃນເຂດອາກາດຮ້ອນໃນຮາວາຍ ແຕ່ແປກກວ່ານັ້ນຄື ຫິມະໄດ້ຕົກຫຼາຍ ແລະສະພາບອຸນຫະພູມທີ່ຕໍ່າຫຼາຍ, ເຊິ່ງໃນຂະນະນີ້ ຫິມະທີ່ຕົກລົງມາຢ່າງແຮງ ໃນເຂດຮອບ 2 ເກາະໃນພື້ນທີ່, ຂະນະທີ່ພື້ນທີ່ອື່ນໆຂອງລັດ ໄດ້ປະສົບບັນຫານໍ້າຖ້ວມຢ່າງແຮງ ແລະຫິມະຈະຕົກແຮງຂຶ້ນໃນວັນທີ 4 ທັນວາ ແລະໃນບາງປີ ທັງ 2 ເກາະນີ້ ຈະມີຫິມະຕົກບາງໆ ຫຼືອາດຈະບໍ່ຕົກເລີຍ ລວມເຖິງໃນປີ 2015 ຜ່ານມາ

ສຳລັບຫິມະຕົກໃນຊ່ວງນີ້ ຄາດວ່າ ຈະເຮັດໃຫ້ກີດຂວາງເສັ້ນທາງໄປຫາລານສະກີປະສະໂນບອດ ຈົນຮອດວັນທີ 5 ທັນວານີ້, ດ້ານກົມອຸຕຸນິຍົມ ວິທະຍາສາດຂອງສະຫະລັດເວົ້າວ່າ ສະພາບອາກາດແປປວນຍັງຕໍ່ເນື່ອງອີກບໍ່ພໍເທົ່າໃດມື້ ເນື່ອງຈາກຄວາມກົດດັນອາກາດຕໍ່າ ແລະສະພາບອາກາດທີ່ຮ້ອນຊື້ນ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...