spot_img
Home​ຂ່າວບັນເທິງຄະນະນາງສາວລາວ 2016 ປະຕິບັດພາລະກິດຊ່ວຍເຫຼືອສັງຄົມຫຼັງຈາກຮັບຕຳແໜ່ງ

ຄະນະນາງສາວລາວ 2016 ປະຕິບັດພາລະກິດຊ່ວຍເຫຼືອສັງຄົມຫຼັງຈາກຮັບຕຳແໜ່ງ

Published on

ບັນເທີງດາລາ ກັບລາວ ໂພສຕ໌ ມື້ນີ້ເຮົາຈະພາທຸກຄົນມາເບິ່ງພາລະກິດຂອງບັນດານາງສາວລາວ 2016 ຫຼັງຈາກທີ່ໄດ້ຮັບຕຳແໜ່ງ ນຳທີມໂດຍ ນາງສາວ ບຸດສະບາ ແສງປັນ ນາງສາວລາວ 2016 ພ້ອມດ້ວຍນາງສາວອີກ 5 ນາງສາວ ແລະ ຄະນະທີມງານກອງປະກວດນາງສາວລາວ ໄດ້ເດີນທາງຂຶ້ນເໜືອທ້າຄວາມໜາວ ເພື່ອໄປມອບຄວາມສຸກພ້ອມກັບເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ ແລະ ອາຫານ ໃຫ້ກັບປະຊາຊົນຫ່າງໄກສອກຫຼີກ ທີ່ ບ້ານ ຫ້ວຍຊາງ, ເມືອງໄຊ, ແຂວອຸດົມໄຊ ເມື່ອວັນທີ 3 ທັນວາ 2016 ທີ່ຜ່ານມາ

ມີພໍ່ແມ່ປະຊາຊົນ ຜູ້ເຖົ້າ ໄວໜຸ່ມ ແລະ ເດັກນ້ອຍ ເຂົ້າມາຮ່ວມຮັບເຄື່ອງບໍລິຈາກເປັນຈຳນວນຫຼາຍ ເຮັດໃຫ້ມີຄວາມສຸກທັງຜູ້ໃຫ້ ແລະ ມີຄວາມສຸກທັງຜູ້ຮັບໄປຕາມໆກັນເລີຍກໍ່ວ່າໄດ້ ເຊິ່ງພາລະກິດໃນຄັ້ງນີ້ໄດ້ຮັບການຮ່ວມມືຈາກ: ຈາກ: ສະຖານີ ໂທລະພາບ ທີວີລາວ ເອຈດີ, ນໍ້າກັດ ຢໍລາປາ ແລະ ລັດວິສາຫະກິດ ການບິນລາວ

ເຮົາຕ້ອງມາຕິດຕາມກັນວ່າພາລະກິດຕໍ່ໄປຂອງບັນດາຄະນະນາງສາວລາວ 2016 ເພິ່ນຈະເດີນທາງໄປເຮັດກິດຈະກຳຄັ້ງຕໍ່ໄປຢູ່ທີ່ແຂວງໃດ ຖ້າມີຂ່າວການເຄື່ອນໄຫວແນວໃດແອັດມິນຈະເກັບພາບບັນຍາກາດມານຳສະເໜີໃຫ້ຮູ້ຢ່າງແນ່ນອນ. ແຕ່ຕອນນີ້ເຮົາມາເບິ່ງຮູບພາບແຫ່ງຄວາມສຸກໃນມື້ນັ້ນກັນດີກວ່າ

619

234-5

651-2 65-15 65-16 65-17 65-18 530-1

 

ພາບຈາກ: ນາງສາວລາວ 2016

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...