Homeຂ່າວ​ໄອ​ທີເຕືອນໄພຜູ້ໃຊ້ Android!! ພົບມັລແວຣ໌ Gooligan ອອກລະບາດທີ່ອາດແຝງໃນແອັບທີ່ເຈົ້າໃຊ້ ແນະນຳເຂົ້າມາກວດສອບດ່ວນ

ເຕືອນໄພຜູ້ໃຊ້ Android!! ພົບມັລແວຣ໌ Gooligan ອອກລະບາດທີ່ອາດແຝງໃນແອັບທີ່ເຈົ້າໃຊ້ ແນະນຳເຂົ້າມາກວດສອບດ່ວນ

Published on

​ຫຼ້າສຸດນີ້ມີຂ່າວທີ່ບໍ່ຄ່ອຍດີສຳລັບຜູ້ໃຊ້ລະບົບ Android ອອກມາເຊິ່ງນັ້ນກໍເປັນເພາະມັລແວຣ໌ຮູບແບບໃໝ່ທີ່ມີຊື່ວ່າ: Gooligan ທີ່ກຳລັງລະບາດຢູ່ທົ່ວໂລກໃນຕອນນີ້ ແລະຈາກການສຳຫຼວດກໍພົບວ່າມີບັນຊີ Google ຫຼາຍກວ່າ 1 ລ້ານໄອດີທີ່ຖືກມັລແວຣ໌ໂຕນີ້ລັກຂໍ້ມູນສຳຄັນໄປຮຽບຮ້ອຍແລ້ວ!! 

        ສຳລັບວິທີການເຮັດວຽກຂອງມັລແວຣ໌ Gooligan ໂຕນີ້ມັນຈະເຮັດລວບລວມຂໍ້ມູນກ່ຽວກັບໂຕເຄື່ອງແລ້ວດາວໂຫຼດເຄື່ອງມື Root ມາ, ແລ້ວເຮັດການ Root ເຄື່ອງຂອງເຮົາ ຫຼັງຈາກນັ້ນກໍຕິດຕັ້ງໂມດູນທີ່ຈະເຮັດການລັກເອົາຂໍ້ມູນຂອງເຮົາບໍ່ວ່າຈະເປັນ ລະຫັດ Google, Gmail, ຮູບຖ່າຍແລະອື່ນໆອີກຫຼາກຫຼາຍທີ່ກ່ຽວຂ້ອງກັບ Google ໂດຍທີ່ມັລແວຣ໌ໂຕນີ້ຈະແຝງໂຕມາກັບແອັບພລິເຄຊັ່ນຜິດກົດໝາຍຈຳພວກແອັບພລິເຄຊັ່ນທີ່ມີການແຝງໂຄສະນາຕ່າງໆເປັນຕົ້ນ.

   ສຳລັບເຄື່ອງທີ່ມີຄວາມສ່ຽງຕິດຫຼາຍທີ່ສຸດແມ່ນເຄື່ອງທີ່ໃຊ້ 3 ເວີຊັ່ນນີ້ໄດ້ແກ່: Jelly Bean, Kitkat ແລະ Lollipop ທີ່ຄິດກວມເອົາ 74% ຂອງລະບົບ Android ທີ່ມີຢູ່ໃນຕອນນີ້ ແລະໃນຈຳນວນຜູ້ທີ່ຖືກມັລແວຣ໌ໂຕນີ້ລັກຂໍ້ມູນໄປແມ່ນເປັນຄົນຈາກທະວີບເອເຊຍຫຼາຍເຖິງ 57℅ ກັນເລີຍ. 

ຖ້າຫາກວ່າໃຜທີ່ກັງວົນວ່າເຄື່ອງຕົນເອງຈະຕິດມັລແວຣ໌ໂຕນີ້ຫຼືບໍ່ ຫຼ້າສຸດນີ້ເອງ Google ກໍໄດ້ກວດສອບແອັບພລິເຄຊັ່ນເມື່ອວັນທີ 30 ພະຈິກທີ່ຜ່ານມາ ແລະໄດ້ເຜີຍຊື່ແອັບພລິເຄຊັ່ນທີ່ເຂົ້າຂ່າຍເປັນຕາສົງໄສມາແລ້ວເຊິ່ງມີດັ່ງນີ້: 

・Perfect Cleaner

・Demo

・WiFi Enhancer

・Snake

・gla.pev.zvh

・Html5 Games

・Demm

・memory booster

・แข่งรถสุดโหด

・StopWatch

・Clear

・ballSmove_004

・Flashlight Free

・memory booste

・Touch Beauty

・Demoad

・Small Blue Point

・Battery Monitor

・清理大师

・UC Mini

・Shadow Crush

・Sex Photo

・小白点

・tub.ajy.ics

・Hip Good

・Memory Booster

・phone booster

・SettingService

・Wifi Master

・Fruit Slots

・System Booster

・Dircet Browser

・FUNNY DROPS

・Puzzle Bubble-Pet Paradise

・GPS

・Light Browser

・Clean Master

・YouTube Downloader

・KXService

・Best Wallpapers

・Smart Touch

・Light Advanced

・SmartFolder

・youtubeplayer

・Beautiful Alarm

・PronClub

・Detecting instrument

・Calculator

・GPS Speed

・Fast Cleaner

・Blue Point

・CakeSweety

・Pedometer

・Compass Lite

・Fingerprint unlock

・PornClub

・com.browser.provider

・Assistive Touch

・Sex Cademy

・OneKeyLock

・Wifi Speed Pro

・Minibooster

・com.so.itouch

・com.fabullacop.loudcallernameringtone

・Kiss Browser

・Weather

・Chrono Marker

・Slots Mania

・Multifunction Flashlight

・So Hot

・Google

・HotH5Games

・Swamm Browser

・Billiards

・TcashDemo

・Sexy hot wallpaper

・Wifi Accelerate

・Simple Calculator

・Daily Racing

・Talking Tom 3

・com.example.ddeo

・Test

・Hot Photo

・QPlay

・Virtual

・Music Cloud

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...