spot_img
Homeຂ່າວຕ່າງປະເທດອາເມລິກາ-ກູບາເປີດຖ້ຽວບິນຄັ້ງປະຫວັດສາດ

ອາເມລິກາ-ກູບາເປີດຖ້ຽວບິນຄັ້ງປະຫວັດສາດ

Published on

ສາຍ​ການບິນ​ສັນຊາດ​ອາ​ເມ​ລິ​ກາ​ເປີດ​ຖ້ຽວບິນ​ປະຫວັດສາດ​ຖ້ຽວ​ທຳ​ອິດ​ຈາກ​ນະຄອນຫຼວງ​ນິວຢອກ ​ແລະ ຟໍຣິດາໄປ​ຍັງ​ນະຄອນຫຼວງ​ລາຮາ​ວາ​ນຂອງ​ກູ​ບາ​ແລ້ວ.

 ອີງຕາມ​ສໍານັກຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ສາຍ​ການບິນ​ເຈດບລູ (Jet blue)ຂອງ​ ສ.​ ອາ​ເມ​ລິ​ກາ ໄດ້ເປີດບໍລິການຖ້ຽວບິນໂດຍສານຖ້ຽວທໍາອິດໂດຍອອກຈາກສະໜາມບິນເຈເອຟເຄ ໃນນະຄອນນິວຢອກເພື່ອໄປຍັງນະຄອນຫລວງ ລາຮາວານ ຂອງ ກູບາ ໃນຮອບ 50 ​ປີ ພາຍຫລັງ ສ.ອາເມລິກາ ແລະ ກູບາ ໄດ້ລົງນາມຟື້ນຟູເສັ້ນທາງບິນ ແລະ ເປັນການເພີ່ມທະວີຮ່ວມມືຄັ້ງສຳຄັນ.

ທັງ​ນີ້​ເດືອນ​ກຸມພາ​ທີ່​ຜ່ານ​ມາ ອາ​ເມ​ລິ​ກາ ​ແລະ ກູ​ບາ ​ໄດ້​ລົງ​ນາມ​ຟື້ນ​ຟູ​ເສັ້ນທາງ​ການບິນຊຶ່ງ​ຖື​ເປັນ​ການ​ພັດທະນາ​ຄວາມ​ສຳພັນ​ຄັ້ງ​ສຳຄັນທີ່​ທ່ານຣາອູລ ຄາ​ສ​ໂຕ ຜູ້ນຳ​ກູ​ບາ ​ແລະ ທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ຖື​ເປັນ​ການ​ຟື້ນ​ຟູ​ຄວາມ​ສຳພັນ​ຂັ້ນ​ປົກກະຕິ​ຕໍ່​ກັນ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 2 ປີ.

ຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...