Homeຂ່າວຕ່າງປະເທດຫຼັກຖານຊີ້! ເຄື່ອງບິນຕົກໃນໂກລົມບີ ເພາະນໍ້າມັນໝົດ

ຫຼັກຖານຊີ້! ເຄື່ອງບິນຕົກໃນໂກລົມບີ ເພາະນໍ້າມັນໝົດ

Published on

ເທັບບັນທຶກສຽງຂອງເຄື່ອງບິນທີ່ປະສົບອຸບັດຕິເຫດໃນໂກລົມບີຊີ້ວ່າ ເຄື່ອງບິນນໍ້າມັນໝົດກ່ອນທີ່ຈະຕົກ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງາຍວັນທີ 1 ທັນວາວ່າ: ຈາກຫຼັກຖານເທັບບັນທຶກສຽງໃນເຄື່ອງບິນທີ່ໄດ້ຈາກຫໍບັງຄັບການບິນຊີ້ວ່າ ເຄື່ອງບິນໂດຍສານທີ່ປະສົບອຸບັດຕິເຫດຕົກໃນປະເທດໂກລົມບີນັ້ນມີສາເຫດມາຈາກເຄື່ອງບິນນໍ້າມັນໝົດ ໂດຍໃນຫຼັກຖານເທັບບັນທຶກສຽງດັ່ງກ່າວ ໄດ້ຍິນສຽງຂອງນັກບິນກ່າວຢໍ້າຂໍອະນຸຍາດລົງຈອດ ເນື່ອງຈາກການເກີດປັນຫາຂັດຂ້ອງກ່ຽວກັບລະບົບໄຟຟ້າ ແລະນໍ້າມັນໝົດ ຊຶ່ງກ່ອນທີ່ເທັບບັນທຶກສຽງຈະສິ້ນສຸດລົງ ນັກບິນຍັງກ່າວອີກວ່າ ເຄື່ອງບິນກໍາລັງບິນຢູ່ທີ່ຄວາມສູງ 2,743 ແມັດ.

ໃນເຄື່ອງບິນຄັນດັ່ງກ່າວມີຜູ້ໂດຍສານທັງໝົດ 77 ຄົນ, ມີຜູ້ລອດຊີວິດ 6 ຄົນ ແນວໃດກໍຕາມມີອີກ 4 ຄົນທີ່ມີຊື່ຢູ່ໃນລາຍຊື່ຜູ້ໂດຍສານ ແຕາບໍ່ໄດ້ເດີນທາງໄປຂຶ້ນເຄື່ອງ.

ຫຼັກຖານເທັບບັນທຶກສຽງທີ່ສື່ໂກລົມບີຫຼາຍແຫ່ງນໍາມາເປີດເຜີຍນີ້ ເປັນການລາຍງານກ່ອນໜ້ານີ້ທີ່ສັນນິຖານກັນວ່າ ການທີ່ເຄື່ອງບິິນຕົກ ອາດມີສາເຫດມາຈາກນໍ້າມັນໝົດ ເພາະຈາກການກວດສອບຊາກເຄື່ອງບິນບໍ່ພົບຮ່ອງຮອຍຂອງການລະເບີດທີ່ສ່ວນໃດເລີຍ ແຕ່ຕອນນີ້ກໍຍັງບໍ່ຮູ້ສາເຫດແທ້ຈິງວ່າເປັນຫຍັງນໍ້າມັນຈຶ່ງໝົດ ບໍ່ວ່າຈະເປັນເພາະນໍ້າມັນຮົ່ວ ຫຼືເຕີມນໍ້າມັນມາບໍ່ພໍ ຂະນະທີ່ຄະນະສືບສວຍຍັງບໍ່ປະກາດສະຫຼຸດສາເຫດຢ່າງເປັນທາງການຂອງການຕົກ ແລະການວິເຄາະຫໍຢ່າງເຕັມຮູບແບບເຖິງເຫດການໃນຄັ້ງນີ້ຄາດວ່າຕ້ອງໃຊ້ເວລາຫຼາຍເດືອນ.

ສ່ວນກ່ອງດໍາທັງສອງກ່ອງຂອງເຄື່ອງບິນໄດ້ຮັບການເກັບກູ້ອອກຈາກຊາກເຄື່ອງບິນແລ້ວ ໂດຍຕອນນີ້ຜູ້ຊ່ຽວຊານກໍາລັງກວດສອບກ່ອງດໍາຢູ່ ແລະທີມສືບສວນຈາກອັງກິດຈະໃຫ້ຄວາມຊ່ວຍເຫຼືອໃນການສືບສວບເຫດການຄັ້ງນີ້ດ້ວຍ ເພາະເຄື່ອງບິນລໍາດັ່ງກ່າວຖືກປະກອບຂຶ້ນໃນປະເທດອັງກິດ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...