Homeຂ່າວຕ່າງປະເທດເຈົ້າຊາຍຊາອຸດິອາຣະເບຍ ຮຽກຮ້ອງໃຫ້ລັດຖະບານຍົກເລີກກົດຫ້າມແມ່ຍິງຂັບລົດ

ເຈົ້າຊາຍຊາອຸດິອາຣະເບຍ ຮຽກຮ້ອງໃຫ້ລັດຖະບານຍົກເລີກກົດຫ້າມແມ່ຍິງຂັບລົດ

Published on

ເຈົ້າຊາຍ ອັລວາລີດ ບິນ ທາລາລ ປຸກກະແສໂລກໂຊຊຽວ ແລະ ເສດຖະກິດ ຮຽກຮ້ອງໃຫ້ລັດຖະບານຍົກເລີກກົດຫ້າມແມ່ຍິງຂັບລົດ ໂດຍຜ່ານທະວິດເຕີ້ທາງການວ່າ “ຢຸດໂຕ້ແຍ້ງຂັດຄ້ານແມ່ຍິງຂັບລົດ” ເຈົ້າຊາຍ ອັລວາລີດແຕກຕ່າງຈາກສະມາຊິກຣາຊວົງອົງອື່ນໆໃນຊາອຸດິອາຣະເບຍ ບ່ອນທີ່ວ່າພະອົງບໍ່ຢຶດຖືການເມືອງເກົ່າຂອງຣາຊວົງ ແລະ ຍັງສະໜັບສະໜູນສິດທິແມ່ຍິງໃນຣາຊອານາຈັກ ທີ່ອຶດອັດໃຈກັບຂໍ້ຈຳກັດຂອງແມ່ຍິງທີ່ສຸດໃນໂລກ ເຊິ່ງເຈົ້າຊາຍໄດ້ໃຫ້ເຫດຜົນວ່າ “ຂໍ້ຫ້າມຂັບລົດຂອງແມ່ຍິງຄືກັບການຈຳກັດການສຶກສາ ຫຼື ຫ້າມບໍ່ໃຫ້ມີຕົວຕົນ”.

ເຈົ້າຊາຍ ອັລວາລີດ ຍັງກ່າວອີກວ່າ ທຸກການກະທຳຈາກສັງຄົມດັ່ງເດີມບໍ່ເປັນທຳກັບແມ່ຍິງ ເພາະແມ່ຍິງຖືກຈຳກັດຂອບເຂດຫຼາຍກວ່າສິດທິຕາມກົດໝາຍ ຈາກຂໍ້ຫ້າມທາງສາສະໜາ ນອກຈາກນີ້ ຍັງອະທິບາຍວ່າ ຄ່າໃຊ້ຈ່າຍທາງເສດຖະກິດເພີ່ມສູງຂຶ້ນຈາກການທີ່ແມ່ຍິງຕ້ອງອາໃສຄົນຂັບລົດສ່ວນຕົວທີ່ເປັນຊາວຕ່າງຊາດ ຫຼື ແທັກຊີ ເຖິງແມ່ນວ່າຄູສົມຣົດຈະສາມາດຂັບລົດໄດ້  ແຕ່ບາງເທື່ອແມ່ຍິງຈຳເປັນຕ້ອງເດີນທາງນອກເໜືອຈາກເວລາປົກກະຕິ ແລະ ນັ້ນເຮັດໃຫ້ມີການສິ້ນເປືອງຄ່າຈ້າງຈາກການເດີນທາງ ສະນັ້ນຄວາມຕ້ອງການຂັບລົດຂອງແມ່ຍິງເປັນຄວາມຕ້ອງການຂອງສັງຄົມຢ່າງຮີບດ່ວນ ຕາມສະພາບປັດຈຸບັນ

 

ຂ່າວຈາກ: http://news.sanook.com/2110178/

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...