spot_img
Homeຂ່າວຕ່າງປະເທດເກົາຫລີໃຕ້ກວດພົບ ຜູ້ຕິດເຊື້ອໄວຣັສຊິກາລາຍໃໝ່ ຄົນທີ 16 ຂອງປະເທດ

ເກົາຫລີໃຕ້ກວດພົບ ຜູ້ຕິດເຊື້ອໄວຣັສຊິກາລາຍໃໝ່ ຄົນທີ 16 ຂອງປະເທດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ພະຈິກນີ້ວ່າ ສູນຄວບຄຸມ ແລະ ປ້ອງກັນພະຍາດ ສາທາລະນະລັດເກົາຫລີ ຫລື ເກົາຫລີໃຕ້ ໄດ້ອອກມາເປີດເຜີຍວ່າ ໄດ້ກວດພົບຜູ້ຕິດເຊື້ອພະຍາດໄວຣັສຊິກາລາຍໃໝ່ຫລ້າສຸດ ແລະ ເປັນຄົນທີ 16 ຂອງປະເທດ ຊຶ່ງເປັນຊາຍຊາວເກົາຫລີ ອາຍຸ 46 ປີ ໂດຍຊາຍຄົນດັ່ງກ່າວ ເຄີຍອາໄສ ແລະ ເຮັດທຸລະກິດຢູ່ຫວຽດນາມ ນັບຕັ້ງແຕ່ປີ 2012 ແລະ ໄດ້ເດີນທາງກັບຄືນມາເກົາຫລີໃຕ້ ເພື່ອພັກຜ່ອນເປັນເວລາສອງອາທິດ, ແນວໃດກໍຕາມ ຜູ້ກ່ຽວໄດ້ຮັບການປິ່ນປົວ ຢູ່ທີ່ໂຮງໝໍແຫ່ງໜຶ່ງ ໃນນະຄອນຫລວງເຊອູນ ເປັນທີ່ຮຽບຮ້ອຍແລ້ວ ກ່ອນທີ່ຈະຖືກອະນຸຍາດໃຫ້ເດີນທາງ ກັບຄືນໄປເຮັດວຽກຢູ່ຫວຽດນາມ.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...