spot_img
Homeຊີວິດແລະຄວາມຮັກ10 ຄວາມແຕກຕ່າງລະຫວ່າງຜູ້ຍິງ ແລະຜູ້ຊາຍ ທີ່ຄວນເຂົ້າໃຈ

10 ຄວາມແຕກຕ່າງລະຫວ່າງຜູ້ຍິງ ແລະຜູ້ຊາຍ ທີ່ຄວນເຂົ້າໃຈ

Published on

  1. ຜູ້ຍິງສາມາດເຮັດກິດຈະກຳຫຼາຍຢ່າງໄດ້ໃນເວລາດຽວກັນ ເພາະສະໝອງຂອງຜູ້ຍິງຖືກສ້າງມາໃຫ້ສາມາດເຮັດກິດຈະກຳຫຼາຍຢ່າງໃນເວລາດຽວກັນ, ສ່ວນສະຫຼອງຂອງຜູ້ຊາຍ ຖືກສ້າງໃຫ້ສາມາດຈົດຈຳຢູ່ກັບກິດຈະກຳໃດໜຶ່ງເທົ່ານັ້ນ ເຊິ່ງພວກເຂົາຈະເລືອກສິ່ງໃດໜຶ່ງເຮັດເທົ່ານັ້ນ ໃນເວລາໃດໜຶ່ງ
  2. ຜູ້ຍິງຮຽນຮູ້ພາສາໄດ້ດີກວ່າຜູ້ຊາຍ
  3. ຜູ້ຊາຍມີທັກສະໃນການວິເຄາະດີກວ່າຜູ້ຍິງ ເພາະສະໝອງຜູ້ຊາຍມີພື້ນທີ່ໃນການວິເຄາະຫຼາຍກວ່າຜູ້ຍິງ ພວກເຂົາຈຶ່ງສາມາດຫາທາງແກ້ໄຂບັນຫາ ແລະລະບົບຕ່າງໆ ອອກມາໄດ້ຢ່າງງ່າຍດາຍ
  4. ຜູ້ຊາຍທີ່ທັກສະໃນການຂັບລົດຫຼາຍກວ່າຜູ້ຍິງ
  5. ຜູ້ຊາຍຕົວະບໍ່ເກັ່ງເທົ່າຜູ້ຍິງ ເມື່ອຜູ້ຊາຍຕົວະຜູ້ຍິງໃນຂະນະທີ່ຢູ່ຕໍ່ໜ້າກັນ ຈະເຮັດໃຫ້ຜູ້ຍິງຈັບໄດ້ງ່າຍ ເພາະສະໝອງຜູ້ຍິງຈະວິເຄາະການສະແດງອອກທາງໜ້າຕາ ແລະສາມາດຕົວະໄດ້ເກັ່ງກວ່າຜູ້ຊາຍ
  6. ຜູ້ຊາຍມີທັກສະໃນການແກ້ໄຂບັນຫາດີກວ່າຜູ້ຍິງ ເພາະຄວາມສາມາດໃນການວິເຄາະບັນຫາ ເຮັດໃຫ້ເວລາພົບບັນຫາ ຈະສາມາດວິເຄາະໄຈ້ແຍກບັນຫາໄດ້ ແລະມັກຄິດຫາທາງອອກຄົນດຽວ, ແຕ່ຜູ້ຍິງເວລາພົບບັນຫາມັກຫາທາງອອກບໍ່ໄດ້ ແລະບາງຄັ້ງກໍບໍ່ສົນໃຈວ່າຈະມີທາງອອກຫຼືບໍ່ ພຽງແຕ່ມີໃຜຈັກຄົນຮັບຟັງບັນຫາກໍພໍ
  7. ສິ່ງທີ່ຕ້ອງການໃນຊີວິດຕ່າງກັນ ຜູ້ຊາຍຕ້ອງການຄວາມສຳເລັດ, ການແກ້ໄຂບັນຫາ, ຖານະທາງສັງຄົມ,; ສ່ວນສິ່ງທີ່ຜູ້ຍິງຕ້ອງການຄື ຄົນຮັກ, ຄອບຄົວ ແລະໝູ່ເພື່ອນ
  8. ການໃຫ້ຄວາມສຳຄັນລະຫວ່າງວຽກ ແລະຄວາມຮັກຕ່າງກັນ: ຜູ້ຊາຍຈະໃຫ້ຄວາມສຳຄັນກັບວຽກຫຼາຍກວ່າສິ່ງອື່ນ, ສ່ວນຜູ້ຍິງ ຈະໃຫ້ຄວາມສຳຄັນ ກັບຄວາມຮັກ ຄວາມສຳພັນຫຼາຍທີ່ສຸດ
  9. ການໃຊ້ພາສາຕ່າງກັນ ຜູ້ຍິງຈະໃຊ້ພາສາແບບອ້ອມໆ ເພື່ອບອກຄວາມຕ້ອງການບາງຢ່າງ; ສ່ວນຜູ້ຊາຍ ຈະເວົ້າອອກມາແບບກົງໆ ບໍ່ໃຊ້ຄວາມຄິດໃນການຕີຄວາມຫຼາຍ
  10. ຜູ້ຍິງເວົ້າອອກມາໂດຍບໍ່ຄິດ ແຕ່ຜູ້ຊາຍສະແດງອອກໂດຍບໍ່ຄິດ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...