Homeຂ່າວທ້ອງຖິ່ນການບູລະນະຫໍແຈກໄມ້ຫຼັງເກົ່າ ວັດພະທາດອີງຮັງສຳເລັດແລ້ວ 80%

ການບູລະນະຫໍແຈກໄມ້ຫຼັງເກົ່າ ວັດພະທາດອີງຮັງສຳເລັດແລ້ວ 80%

Published on

ຫວ່າງບໍ່ດົນມານີ້ທ່ານ ສົມຈັນ ຈວງໃບຄຳ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດພ້ອມຄະນະໄດ້ລົງຕິດຕາມເບິ່ງຄວາມຄືບໜ້າ ຂອງການບູລະນະປະຕິສັງຂອນ ຫໍແຈກໄມ້ຫຼັງເກົ່າວັດພະທາດອີງຮັງ ພາຍຫຼັງທີ່ໄດ້ຊຸດໂຊມເກົ່າແກ່ຫຼາຍ ແລະ ມີຄວາມຈຳເປັນຕ້ອງໄດ້ມີການປັບປຸງຄືນໃໝ່ທັງນີ້ກໍເພື່ອເປັນການອະນຸລັກຮັກສາມໍລະດົກ ທາງດ້ານວັດທະນະທຳຂອງຊາວແຂວງສະຫວັນນະເຂດໄວ້.

ສຳລັບການບູລະນະປະຕິສັງຂອນຫໍແຈກໄມ້ຫຼັງເກົ່າ ວັດພະທາດອີງຮັງເມືອງໄກສອນ ພົມວິຫານ ແມ່ນເລີ່ມລົງມືກໍ່ສ້າງມາແຕ່ວັນທີ 5 ມິຖຸນາ 2016 ມາຮອດປະຈຸບັນແມ່ນໄດ້ສຳເລັດໄປແລ້ວ 80%, ລວມມູນຄ່າການກໍ່ສ້າງທັງໝົດ ປະມານ 700 ລ້ານກີບ. ຊຶ່ງໜ້າວຽກທີ່ຍັງຄ້າງຄາ ແມ່ນມີພຽງແຕ່ການມຸງຫຼັງຄາ ທີ່ເຮັດດ້ວຍໄມ້ທີ່ຍັງຄົງຮັກສາໄວ້ ຊຶ່ງຮູບແບບ ແລະ ລັກສະນະຂອງຫໍແຈກຫຼັງເກົ່າໄວ້, ຖ້າຫາກການສະໜອງອຸປະກອນທ່ວງທັນຄາດວ່າການບູລະນະປັບປຸງແມ່ນຈະໃຫ້ສຳເລັດພາຍໃນປີ ນີ້.

ພ້ອມດຽວກັນນີ້, ຫາກທາງພາກສ່ວນໃດມີຄວາມສັດທາດ້ວຍຄວາມບໍລິສຸດໃຈກໍສາມາດຮ່ວມປະກອບສ່ວນທາງດ້ານທຶນຮອນ ກໍຄືປັດໄຈດ້ານອື່ນໆໄດ້ທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຫຼື ຫ້ອງການແນວລາວສ້າງຊາດເມືອງໄກສອນພົມວິຫານ

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...