spot_img
Homeຂ່າວຕ່າງປະເທດປະທານາທິບໍດີເກົາຫຼີໃຕ້ ສະເໜີໂຕລົງຈາກຕຳແໜ່ງ

ປະທານາທິບໍດີເກົາຫຼີໃຕ້ ສະເໜີໂຕລົງຈາກຕຳແໜ່ງ

Published on

ອີງຕາມການລາຍງານສຳນັກຂ່າວຕ່າງປະເທດເມື່ອວັນທີ 29 ພະຈິກຜ່ານມາວ່າ ປະທານາທິບໍດີເກົາຫຼີໃຕ້ ໄດ້ສະເໜີໃຫ້ລັດຖະສະພາ ເປັນຜູ້ຕັດສິນອະນາຄົດ ວ່າລາວຄວນຈະລົງຈາກຕຳແໜ່ງດ້ວຍວິທີໃດ ແລະຕອນໃດ ຫຼັງຈາກມີສ່ວນກ່ຽວຂ້ອງກັບໝູ່ສະໜິດຂອງລາວ ສໍ້ໂກງ ໂດຍອາໄສບາລະມີຂອງປະທານາທິບໍດີ ຂະນະທີ່ຝ່າຍຄ້ານບໍ່ພໍໃຈ ເພາະເຫັນວ່ານາງປາກກຶນເຮ ພະຍາຍາມຖ່ວງເວລາ ແລະຕ້ອງການຫຼີກລຽງການຖືກຖອດຖອນ

“ປາກ ກຶນເຮ” ກໍາລັງຈະກາຍເປັນປະທານາທິບໍດີຄົນທໍາອິດຂອງຄົນເກົາຫຼີໃຕ້ ທີ່ຢູ່ໃນຕໍາແໜ່ງບໍ່ຄົບໄລຍະເວລາທີ່ກໍານົດໄວ້, ຫຼັງຈາກລາວອອກມາຍື່ນຂໍໍ້ສະເໜີວ່າ ໃຫ້ລັດຖະສະພາເປັນຜູ້ຕັດສິນວ່າ ລາວຄວນຈະລົງຈາກຕຳແໜ່ງແນວໃດ ແລະຕອນໃດ ໂດຍໃຫ້ເຫດຜົນວ່າ ເພື່ອໃຫ້ການປ່ຽນອຳນາດເປັນໄປຢ່າງງ່າຍດາຍ ແລະບໍ່ເກີດຄວາມວຸ້ນວາຍທາງດ້ານການເມືອງ

ແຕ່ຝ່າຍຄ້ານຕອບໂຕ້ວ່າ ນີ້ເປັນຂະບວນການຂອງລາວ ທີ່ຕ້ອງການຫຼີກລຽງຂະບວນການຖືກຖອດຖອນ ແລະທີ່ສຳຄັນ ເປັນຄວາມພະຍາຍາມຕໍ່ເວລາໃຫ້ລາວ ໄດ້ຢູ່ໃນຕຳແໜ່ງໄປອີກໄລຍະ ເພາະລາວຮູ້ດີວ່າ ຕ້ອງໃຊ້ເວລາອີກຫຼາຍເດືອນ ລັດຖະສະພາຈຶ່ງຈະຕົກລົງກັນໄດ້ ລວມເຖິງການກຳນົດມື້ ແລະວິທີໃຫ້ລາວລົງຈາກຕຳແໜ່ງ

ໃນຂະນະທີ່ສະມາຊິກສະພາທີ່ສັງກັດພັກ “ແຊນູຣີ” ເຊິ່ງເປັນຝ່າຍລັດຖະບານ ໄດ້ອອກມາຮຽກຮ້ອງໃຫ້ປະທານາທິບໍດີອອກຈາກຕຳແໜ່ງ ເພື່ອຈະໄດ້ຮັກສາສັກສີ ແລະກຽດຕິຍົດຂອງຕົນເອງ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...