Homeນານາສາລະຄວບຄຸມລະດັບນໍ້າຕານໃນເລືອດໄດ້ງ່າຍໆ ດ້ວຍການກິນໄຂ່ຕົ້ມ

ຄວບຄຸມລະດັບນໍ້າຕານໃນເລືອດໄດ້ງ່າຍໆ ດ້ວຍການກິນໄຂ່ຕົ້ມ

Published on

ໃນປັດຈຸບັນ ຄົົນຈໍານວນຫຼາຍລ້ວນແຕ່ທຸກທໍລະມານຈາກການເປັນພະຍາດເບົາຫວານ ປັນຫາສຸຂະພາບນີ້ເປັນຜົນມາຈາກການຢຸດຜະລິດອິນຊູລິນຂອງຕັບອ່ອນ ຫຼືເນື່ອງຈາກການໃຊ້ງານທີ່ບໍ່ເໝາະສົມຂອງອິນຊູລິນທີ່ຖືກຜະລິດ ຊຶ່ງເປັນຕົວເພີ່ມລະດັບນໍ້າຕານໃນເລືອດ.

ເຮັດຕາມສູດຕໍ່ໄປນີ້ຈະຊ່ວຍຮັບມືຈາກປັນຫານີ້ໄດ້

ຂັ້ນຕອນການເຮັດ: ເອົາໄຂ່ມາຕົ້ມ ແລະປອກເປືອກອອກ ຈາກນັ້ນເອົາສ້ອມມາແທງໄປໃຫ້ທົ່ວຫຼາຍໆຄັ້ງ ຫຼັງຈາກນັ້ນກໍເອົາໃສ່ໄວ້ໃນພາສະນະ ເທນໍ້າສົ້ມສາຍຊູລົງໄປ ແລະປະໄວ້ຄ້າງຄືນ

ໃນຕອນເຊົ້າຄວນກິນໄຂ່ທີ່ກຽມໄວ້ນັ້ນພ້ອມກັບນໍ້າອຸ່ນປະສົມນໍ້າສົ້ມສາຍຊູໜຶ່ງບ່ວງ ເຮັດຕາມສູດນີ້ຫຼາຍໆວັນ ປະມານ 1 ອາທິດ ແລະຄ່ອຍກວດລະດັບນໍ້າຕານໃນເລືອດ.

ຫາກລະດັບນໍ້າຕານໃນເລືອດຫຼຸດລົງມາສູ່ລະດັບປົກກະຕິ ໃຫ້ເຊົາກິນກ່ອນຈັກໄລຍະ ແລ້ວຄ່ອຍກັບມາກິນຊໍ້າ ແລະໝັ່ນກວດສຸຂະພາບເປັນປະຈໍາ.

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...