spot_img
Homeເກມຮູ້ຫຼືບໍ່? Nintendo ເຄີຍຜະລິດເຄື່ອງເກມ VR ມາກ່ອນແລ້ວ ໃນປີ 1995!! ແຕ່ມັນກໍເປັນພຽງເຄື່ອງເກມທີ່ມາໄວເກີນໄປເທົ່ານັ້ນ

ຮູ້ຫຼືບໍ່? Nintendo ເຄີຍຜະລິດເຄື່ອງເກມ VR ມາກ່ອນແລ້ວ ໃນປີ 1995!! ແຕ່ມັນກໍເປັນພຽງເຄື່ອງເກມທີ່ມາໄວເກີນໄປເທົ່ານັ້ນ

Published on

ໃນແວດວົງການເກມທຸກມື້ນີ້ເວົ້າໄດ້ວ່າບໍ່ມີໃຜບໍ່ຮູ້ຈັກກັບບໍລິສັດ Nintendo ແນ່ນອນ​, ເພາະຖືວ່າເປັນບໍລິສັດໜຶ່ງທີ່ຢູ່ຄູ່ກັບວົງການເກມມາດົນນານ ແລະກໍໄດ້ຜະລິດທັງເຄື່ອງເກມ ແລະເກມຍອດນິຍົມອີກຫຼາຍໆຢ່າງອອກມາໃຫ້ເຮົາໄດ້ຊົມໃຊ້ກັນ. ໂດຍຜົນງານຫຼ້າສຸດທີ່ທາງບໍລິສັດໄດ້ເປີດໂຕມາໃໝ່ໆກໍຄົງຈະໜີບໍ່ພົ້ນ Nintendo Switch ທີ່ເປັນໄດ້ທັງເຄື່ອງເກມຄອນໂຊລ ແລະພົກພາພາຍໃນເຄື່ອງດຽວ. 

ສຳລັບບໍລິສັດ Nintendo ແລ້ວມັກຈະເປັນບໍລິສັດໜຶ່ງທີ່ເຮັດເຄື່ອງເກມທີ່ເປັນນະວັດຕະກຳໃໝ່ໆຂອງວົງການເກມອອກມາຢູ່ເລື້ອຍໆ ແລະແຟນໆຂອງຄ້າຍນີ້ເອງກໍມັກຈະໄປເປີດປະເດັນເມື່ອມີບໍລິສັດອື່ນເປີດໂຕຜະລິດຕະພັນໃໝ່ວ່າ: ອັນນີ້ປູ່ນິນເຮັດມາກ່ອນແລ້ວໃດ໋, ອັນນີ້ປູ່ນິນເປັນຕົ້ນແບບໃດ ເປັນຕົ້ນ… ແລະແນ່ນອນວ່າການເປີດໂຕອຸປະກອນຫຼິ້ນເກມແບບ Vitual Reality ຫຼື VR ທີ່ກຳລັງໄດ້ຮັບຄວາມສົນໃຈຢູ່ໃນຕອນນີ້, ຄວາມຈິງແລ້ວ Nintendo ກໍເຄີຍເຮັດມາກ່ອນເຊັ່ນກັນ ແຕ່ເຮົາຈະບໍ່ຄ່ອຍເຫັນແຟນໆປູ່ນິນອອກມາເຢາະເຢີ້ຍຄົນອື່ນຫຼາຍ ນັ້ນກໍເພາະວ່າສິ່ງທີ່ Nintendo ເຮັດອອກມານັ້ນເປັນສິ່ງທີ່ແຟນໆປູ່ນິນຢາກຈະລຶບມັນອອກໄປຈາກຄວາມຊົງຈຳຫຼາຍກວ່າ. 

 

 

ເຊິ່ງເລື່ອງທີ່ເຮົາເວົ້າມາຂ້າງເທິງນີ້ແມ່ນເຮົາກຳລັງເວົ້າເຖິງເຄື່ອງເກມທີ່ລົ້ມເຫຼວທີ່ສຸດຂອງຄ້າຍຄື: Virtual Boy 

Virtual Boy ແມ່ນຜົນງານຂອງ ກຸນເປ ໂຢໂຄອິ ຜູ້ໃຫ້ກຳເນີດ Gameboy ທີ່ຫຼັງຈາກຜົນງານເດັ່ນຂອງລາວສ້າງຄວາມພາກພູມໃຈໃຫ້ແກ່ທ່ານປະທານ ຢາມາກຸຈິ ຢ່າງຫຼາຍ, ທ່ານປະທານຈຶ່ງບໍ່ຊັກຊ້າທີ່ຈະທົດແທນຄຸນໃຫ້ກັບທ່ານກຸນເປດ້ວຍການເອີ້ນເຂົ້າຫ້ອງປະຊຸມແລ້ວບອກວ່າ: “ໄປສ້າງເຄື່ອງເກມໃໝ່ທີ່ມັນດັງໆມາແມ໋ະ!!” ເຊິ່ງແນ່ນອນເຖິງວ່າໃຈກຸນເປຈະດ່າ, ຄຶດ, ວິເຄາະ, ແຍກແຍະ ເລັກໆນ້ອຍໆ ແຕ່ລາວກໍຢາກຈະສ້າງຜົນງານທີ່ຊ່ອຍເຮັດໃຫ້ວົງການເກມພິກຄືຕອນທີ່ລາວເຮັດ Gameboy ຫັ້ນແຫຼະ… ວ່າແຕ່ຈະເຮັດຫຍັງດີນໍ້?

 

 

ເຊິ່ງໃນຕອນນັ້ນເທັກໂນໂລຈີ VR ກໍເລີ່ມມີການເວົ້າເຖິງຫຼາຍ ທັງໃນຮູບເງົາໄຊໄຟ ຫຼືແມ້ແຕ່ອຸປະກອນເສີມເທິງເຄື່ອງເກມທັງຂອງ Nintendo ແລະ Sega. ທ່ານກຸນເປຈຶ່ງຄຶດມາດີທີ່ຈະເອົາ VR ມາໃສ່ໃນເຄື່ອງເກມໃໝ່ຂອງຕົນເອງ ເພາະນອກຈາກຈະສົດໃໝ່ແລ້ວຫາກມັນດັງຂຶ້ນມາມັນຈະພິກວົງການເກມໃນທັນທີທັນໃດ ແລະສຸດທ້າຍ Virtual Boy ກໍອອກວາງຈຳໜ່າຍໃນປີ 1995.  

ໂຕເຄື່ອງຂອງ Virtual Boy ເປັນກ້ອງ VR ຂະໜາດໃຫຍ່ລະດັບໃສ່ຫົວໄດ້ ມີຂາຕັ້ງ 2 ອັນ ພ້ອມຈອຍ, ສຳລັບການຫຼິ້ນແມ່ນຈຳເປັນຕ້ອງແນມເຂົ້າໄປໃນໂຕເຄື່ອງ Virtual Boy ເຊິ່ງພາບໃນຈໍເກມຈະມີສີແດງແລະດຳ 2 ສີເທົ່ານັ້ນ, ເຊິ່ງກຸນເປໄດ້ບອກວ່ານີ້ຄືເຄື່ອງເກມພົກພາ ແຕ່ວ່າດ້ວຍເລື່ອງຂະໜາດຂອງມັນຄົງຈະບໍ່ມີໃຜບ້າເອົາເຄື່ອງນີ້ອອກໄປຍ່າງຫຼິ້ນນອກບ້ານແນ່ນອນ ແລະອີກເຫດຜົນໜຶ່ງກໍເພາະວ່າໂຕເຄື່ອງ Virtual Boy ບໍ່ມີສາຍຮັດຫົວມາໃຫ້ນັ້ນເອງ. ອີກທັງໂຕເຄື່ອງອອກແບບມາໃຫ້ຫຼິ້ນຂ້ອນຂ້າງລຳບາກພໍສົມຄວນ ເຖິງວ່າຈະນັ່ງຫຼິ້ນເທິງໂຕະກໍຕາມ ລວມເຖິງພາບທີ່ສະແດງອອກມາ ເຖິງມັນຈະມີ 2 ສີຄືເກມບອກ ແຕ່ເພາະຄວາມເປັນ VR ທີ່ຕ້ອງສະແດງພາບເປັນ 3 ມິຕິ ມັນຈຶ່ງເຮັດໃຫ້ປວດຕາຫຼາຍໃນເວລາຫຼິ້ນ. 

 

 

ຄວາມຈິງແລ້ວໄອເດຍຂອງກຸນເປຖືວ່າເປັນໄອເດຍທີ່ເລີດຫຼາຍ ພຽງແຕ່ລາວຄຶດມາກ່ອນເວລາຫຼາຍພໍສົມຄວນ ກ່ອນທີ່ເທັກໂນໂລຈີນີ້ຈະພັດທະນາໃຫ້ມັນລົງໂຕໄດ້ ຈຶ່ງບໍ່ໜ້າແປກໃຈທີ່ Virtual Boy ຈະເຈ້ງແບບຫາທາງກັບບໍ່ໄດ້ ເຊິ່ງໂຕເຄື່ອງຂາຍໄປໄດ້ພຽງແຕ່ 7 ແສນເຄື່ອງທົ່ວໂລກ ແລະ Nintendo ກໍຢຸດສາຍການຜະລິດທັນທີຫຼັງຈາກວາງຈຳໜ່າຍໄດ້ 1 ປີ ແລະນີ້ກໍກາຍເປັນຮອຍດ່າງຄວາມສຳເລັດຂອງ Nintendo ໄປໃນທັນທີ. ສຳລັບຄວາມເສຍຫາຍນີ້ ເຮັດໃຫ້ກຸນເປຍອມຮັບຜິດດ້ວຍການອອກຈາກ Nintendo ໄປ (ບາງກະແສກໍບອກວ່າຖືກປະທານ ຢາມາກຸຈິ ຖີບສົ່ງ) ເຊິ່ງກໍໜ້າເສຍດາຍເພາະລາວອອກກ່ອນທີ່ຜົນງານອັນສຸດທ້າຍທີ່ຖິ້ມໄວ້ໃຫ້ກັບທາງ Nintendo ຄື: Gameboy Pocket ຈະປະສົບຄວາມສຳເລັດ ເຊິ່ງກຸນເປກໍໄປຢູ່ທີ່ Bandai ແລະຜະລິດ WonderSwan ໃຫ້. 

 

 

ເປັນຈັ່ງໃດກັນແດ່ກັບເຄື່ອງເກມ Virtual Boy ເວົ້າໄດ້ວ່າເປັນເຄື່ອງເກມໜຶ່ງທີ່ມີໄອເດຍລ້ຳຍຸກຫຼາຍ ແລະມີໂອກາດທີ່ຈະພິກວົງການເກມໄດ້ແທ້ໆ ພຽງແຕ່ວ່າການມາຂອງມັນນັ້ນມາຜິດຍຸກເກີນໄປ ແລະການອອກແບບທີ່ບໍ່ດີເກີນໄປ ມັນຈຶ່ງບໍ່ໄດ້ເປັນໄປຕາມທີ່ກຸນເປຄາດຫວັງເອົາໄວ້ ແຕ່ກໍຕ້ອງຍອມຮັບວ່າ Nintendo ສ້າງນະວັດຕະກຳໃນວົງການເກມມາແທ້ໆ ພຽງແຕ່ຮອບນີ້ບໍ່ເປັນດັ່ງທີ່ຫວັງເອົາໄວ້ຊື່ໆ, ແຕ່ເຖິງຢ່າງໃດກໍຕາມໃນປັດຈຸບັນສຳລັບເຄື່ອງເກມນີ້ແມ່ນຖືວ່າມີລາຄາສູງຫຼາຍສຳລັບນັກສະສົມ.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...