spot_img
Homeຊີວິດແລະຄວາມຮັກ8 ນິໄສຂອງຜູ້ຍິງ ທີ່ຜູ້ຊາຍຫຼົງຮັກຈົນຢາກແຕ່ງງານນຳ

8 ນິໄສຂອງຜູ້ຍິງ ທີ່ຜູ້ຊາຍຫຼົງຮັກຈົນຢາກແຕ່ງງານນຳ

Published on

  1. ເອົາໃຈເກັ່ງ: ເພາະຜູ້ຍິງທີ່ຊ່າງເອົາໃຈ ເປັນສິ່ງທີ່ຜູ້ຊາຍຫຼາຍຄົນມັກທີ່ສຸດ ເພາະເຫັນແລ້ວໜ້າຮັກທີ່ສຸດ
  2. ຮັກຄວາມສະອາດ: ຜູ້ຊາຍມັກຜູ້ຍິງທີ່ເບິ່ງແຍງຕົນເອງໃຫ້ສະອາດ ເພາະນິໄສຂອງຜູ້ຊາຍ ມັກຂາດເລື່ອງນີ້ ເຂົາຈຶ່ງຢາກໄດ້ເຈົ້າມາເຕີມເຕັມຊີວິດ
  3. ເປັນຜູ້ຟັງທີ່ດີ: ບາງຄັ້ງຜູ້ຊາຍກໍຕ້ອງກັນລະບາຍ ໃຫ້ເຂົາໄດ້ເວົ້າແລ້ວມີຄົນຟັງຢ່າງເຂົ້າໃຈຫຼາຍກວ່າການຊໍ້າເຕີມ ຫຼືສອນເຂົາໃນເວລາທີ່ເຂົາບໍ່ສະບາຍໃຈ
  4. ເປັນທຳມະຊາດ: ເພາະຜູ້ຊາຍມັກຜູ້ຍິງທີ່ເປັນໂຕຂອງໂຕເອງ, ພຽງແຕ່ເຈົ້າເຮັດໂຕໃຫ້ໜ້າຮັກຕາມທຳມະຊາດຂອງຕົນເອງ ຈະເປັນສະເໜ່ມັດໃຈຜູ້ຊາຍທີ່ສຸດ
  5. ຂັບລົດເກັ່ງ: ບາງຄັ້ງເຂົາກໍຢາກໃຫ້ເຈົ້າຂັບລົດໃຫ້ເຂົານັ່ງແດ່ ພາເຂົາໄປທ່ຽວ ເຊິ່ງຜູ້ຍິງທີ່ຂັບລົດເກັ່ງຖືວ່າເປັນສະເໜ່ສຳລັບຜູ້ຊາຍ
  6. ປະສົບຄວາມສຳເລັດໃນຊີວິດ: ເຂົາຄົງບໍ່ຢາກໃຫ້ຜູ້ຍິງທີ່ເຂົາມັກ ບໍ່ມີຄວາມປະສົບຄວາມສຳເລັດຫຍັງເລີຍ, ເພາະຍຸກນີ້ຜູ້ຊາຍສ່ວນຫຼາຍມັກຜູ້ຍິງທີ່ເບິ່ງແຍງຕົນເອງໄດ້, ບໍ່ຕ້ອງລວຍແຕ່ເຮັດຫຍັງກໍສຳເລັດທຸກຢ່າງ
  7. ສະຫຼາດ: ຜູ້ຊາຍມັກຜູ້ຍິງທີ່ສະຫຼາດ ແຕ່ບໍ່ມັກໃຫ້ມາອວດສະຫຼາດ ຫຼືເວົ້າວ່າຮູ້ຫຼາຍຫວ່າເຈົາ ແລະບໍ່ມັກຜູ້ຍິງທີ່ເຮັດຄືຮູ້ທັນທຸກເລື່ອງ, ເວົ້າໄດ້ວ່າ ມັກຜູ້ຍິງສະຫຼາດແຕ່ ບໍ່ສະແດງອອກເກີນໄປ
  8. ເປັນຜູ້ນຳໃນບາງໂອກາດ: ໃນບາງຄັ້ງເຂົາກໍຢາກໃຫ້ຜູ້ຍິງເປັນຜູ້ນຳ ໃນບາງເລື່ອງທີ່ບໍ່ເກີນກຳລັງຜູ້ຍິງ ເຮົາກໍສາມາດເປັນຜູ້ນຳໄດ້ ເຊິ່ງເຮົາຈະເຂັ້ມແຂງ ແລະພ້ອມທີ່ຈະຢູ່ກັບເຂົາໃນວັນທີ່ອ່ອນແອ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...