spot_img
Homeນານາສາລະປະໂຫຍດຂອງໝາກມີ້ ມີຫຼາຍກວ່າທີ່ຄິດ

ປະໂຫຍດຂອງໝາກມີ້ ມີຫຼາຍກວ່າທີ່ຄິດ

Published on

ໝາກມີ້ ນອກຈາກຈະມີຄວາມແຊບແລ້ວ ອີກທັ້ງຫຼາຍໆສ່ວນຍັງສາມາດນໍາມາປຸງແຕງເປັນອາຫານໄດ້ ແຕ່ຮູ້ຫຼືບໍ່ວ່າໝາກມີ້ນັ້ນມີປະໂຫຍດຫຼາຍກວ່າທີ່ຄິດ.

  1. ຫຼຸດການເກີດຮອຍຫ່ຽວເທິງໃບໜ້າ: ເອົາແກ່ນໝາກມີ້ຈຸ່ມນົມເຢັນ ແລະນໍາມາຖູໜ້າຄ່ອຍໆ ເຮັດຕໍ່ເນື່ອງຢ່າງໜ້ອຍ 6 ອາທິດ.
  2. ຫຼຸດອາການຖອກທ້ອງ: ສັບພະຄຸນຂອງແກ່ນໝາກມີ້ໃຊ້ເປັນຢາອ່ອນໆໄດ້ ເນື່ອງຈາກອຸດົມໄປດ້ວຍເສັ້ນໃຍທີ່ຈະເຂົ້າໄປລ້າງພິດ.
  3. ຊ່ວຍໃຫ້ຜິວນຽນໃສ: ເອົາແກ່ນແຫ້ງຂອງໝາກມີ້ມາບົດໃຫ້ລະອຽດປະສົມກັບນົມ ແລະນໍ້າເຜີ້ງ ແລ້ວເອົາມາທາໜ້າປະໄວ້ ຈຶ່ງລ້າງອອກ.
  4. ໂປຣຕີນສູງ: ສໍາຫຼັບຄົນທີ່ກໍາລັງຫຼຸດນໍ້າໜັກ ລອງຕົ້ມແກ່ນໝາກມີ້ກິນກໍຊ່ວຍໄດ້.
  5. ຊ່ວຍໃຫ້ຜົມງາມສຸຂະພາບດີ: ຊ່ວຍໃນການໝູນວຽນຂອງເລືອດ ເປັນຜົນດີກັບຜົມຊ່ວຍໃຫ້ເສັ້ນຜົມຍາວໄວ.
  6. ວິຕາມິນເອ: ໝາກມີ້ເປັນແຫຼ່ງລວມວິຕາມິນທີ່ດີສໍາຫຼັບເສັ້ນຜົມ ປ້ອງກັນບໍ່ໃຫ້ຜົມແຫ້ງ ແລະຜົມບາງ.
  7. ສ້າງພູມຄຸ້ມກັນ: ເປັນແຫຼ່ງວິຕາມິນຊີ ແລະສານຕ້ານອະນຸມຸນອິດສະລະ ສາມາດສ້າງລະບົບຄຸ້ມກັນໃຫ້ແຂງແຮງ.
  8. ໃຫ້ພະລັງງານ: ໝາກມີ້ອຸດົມໄປດ້ວຍຄາໂບໄຮເດຣ, ແຄລໍຣີ່ລວມໄປເຖິງນໍ້າຕານຟຣຸກໂຕ ເປັນໝາໄມ້ທີ່ມີຄໍເລດເຕີລອຍ ກິນໄດ້ປອດໄພສຸຂະພາບດີ.
  9. ປົກປ້ອງການເກີດດມະເຮັງ: ໝາກມີ້ີມີສານຕານອະນຸມຸນອິດສະລະ ແລະສານທີ່ສາມາດປ້ອງກັນຈາກມະເຮັງໄດ້ ແລະປ້ອງກັນມະເຮັງຊ່ອງປາກ.
  10. ຮັກສາຄວາມດັນໂລຫິດ ແລະບໍາລຸງຫົວໃຈ.
  11. ຊ່ວຍປັບການຍ່ອຍອາຫານໃຫ້ດີຂຶ້ນ ແລະປ້ອງກັນການຖອກທ້ອງ.
  12. ປ້ອງກັນການເກີດມະເຮັງລໍາໄສ້ໃຫຍ່ ແລະປ້ອງກັນຮອຍຫ່ຽວ ແລະຄາວມເສື່ອມສະມັດຕະພາບຂອງເນື້ອເຍື້ອ ແລະອະໄວຍະວະຂອງຮ່າງກາຍ.
  13. ບໍາລຸງສາຍຕາ: ໝາກມີ້ມີວິຕາມິນ ແລະສານອາຫານທີ່ສໍາຄັນຕໍ່ດວງຕາ ແລະມີສານອະນຸມຸນອິດສະລະຊ່ວຍປ້ອງກັນແກ້ວຕາ ແລະປະສາດຕາເສື່ອມ.
  14. ພະຍາດອອບຫືດ ຫຼືພະຍາດທີ່ກ່ຽວກັບທາງເດີນຫາຍໃຈ.
  15. ເສີມສ້າງກະດູກໃຫ້ແຂງແຮງ.
  16. ຫ່າງໄກຈາກພະຍາດໂລຫິດຈາງ.
  17. ບັນເທົາອາການຫວັດ.
  18. ຄວບຄຸມລະດັບນໍ້າຕານໃນເລືອດ
  19. ປ້ອງກັນການສູນເສຍມວນກະດູກ
  20. ຊ່ວຍໃຫ້ຕ່ອມໄທລອຍມີສຸຂະພາບດີ
  21. ຫຼຸດຄວາມສ່ຽງຂອງພະຍາດຫົວໃຈ

 

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...