spot_img
HomeBaby-ແມ່ແລະເດັກ1362 ສາຍດ່ວນຂອງສູນປົກປ້ອງແມ່ຍິງ-ເດັກນ້ອຍ

1362 ສາຍດ່ວນຂອງສູນປົກປ້ອງແມ່ຍິງ-ເດັກນ້ອຍ

Published on

ສູນກາງສະຫະພັນແມ່ຍິງລາວໃນຖານະເປັນອົງການຕົວແທນປົກປ້ອງຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍລາວບັນດາເຜົ່າກໍຄືການ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍ ບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຈຶ່ງໄດ້ເປີດສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກ ນ້ອຍຂຶ້ນໃນປີ 2006 ເພື່ອເຮັດໜ້າທີ່ປົກປ້ອງ, ສະໜອງການຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍທີ່ມີບັນຫາໃນສັງຄົມ ລວມທັງຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງໃນຄອບຄົວ, ການຄ້າມະນຸດ, ກົດຂີ່ຂູດຮີດທາງເພດ ແລະ ແຮງງານຕ່າງໆ ແລະ ມີໜ້າທີ່ຕົ້ນຕໍຄື: ບໍລິການໃຫ້ຄໍາປືກສາແນະນໍາດ້ານກົດໝາຍ, ຈິດໃຈ, ສຸຂະພາບໂດຍບໍ່ເສຍຄ່າແກ່ແມ່ຍິງ ແລະ ເດັກນ້ອຍທີ່ມີບັນຫາໃນຄອບຄົວ ແລະ ສັງຄົມ, ຮັບແຈ້ງຄວາມກ່ຽວກັບການຄ້າແມ່ຍິງ-ເດັກນ້ອຍ ແລະ ການໃຊ້ຄວາມຮຸນແຮງໃນຄອບຄົວ, ສະ ໜອງການຊ່ວຍເຫລືອອັນຈໍາເປັນໃນດ້ານຕ່າງໆ ເຊັ່ນ: ສະຖານທີ່ພັກເຊົາຊົ່ວຄາວທີ່ປອດໄພ, ດ້ານກົດໝາຍ, ການແພດ, ການສຶກສາ ແລະ ຝຶກອົບຮົມວິຊາຊີບ, ການກັບຄືນສູ່ຄອບຄົວ ແລະ ສັງຄົມ, ພ້ອມທັງເຮັດໜ້າທີ່ບໍາບັດຟື້ນຟູດູແລແມ່ຍິງ ແລະ ເດັກນ້ອຍຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ກົດຂີ່ຂູດຮີດທາງເພດ, ປົກປ້ອງຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍໃນການດໍາເນີນຄະດີ, ຈັດຕັ້ງຝຶກອົບຮົມ, ໂຄສະນາເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ສົນທິສັນຍາສາກົນທີ່ພົວພັນເຖິງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍ, ພ້ອມທັງດໍາເນີນກິດຈະກໍາຕ່າງໆ ເພື່ອຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນຮູບແບບຕ່າງໆ, ໂດຍໄດ້ຮັບການຊ່ວຍເຫລືອດ້ານງົບປະມານຈາກພາກລັດ, ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງສັງຄົມ, ສາກົນ ແລະ ການ ເຄື່ອນໄຫວກິດຈະກໍາຕ່າງໆ ແລະ ນັບແຕ່ປີ 2006-2016 ສູນແຫ່ງນີ້ໄດ້ໃຫ້ຄໍາປຶກສາຫລາຍກວ່າ 19 ພັນກໍລະນີ, ຊ່ວຍເຫລືອຜູ້ຖືກເຄາະຮ້າຍຫລາຍກວ່າ 400 ກໍລະນີທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ, ຄວາມຮຸນແຮງໃນຄອບຄົວ, ກົດຂີ່ຂູດຮີດທາງເພດ ແລະ ອື່ນໆ ແລະ ທ່ານໃດຕ້ອງການປຶກສາ ຫລື ແຈ້ງກໍລະນີພົບເຫັນປະກົດການຄ້າມະນຸດ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ນ້ອຍ ໃນຮູບແບບຕ່າງໆ ໃຫ້ໂທມາເບີສາຍດ່ວນ 1362 ຕາມໂມງລັດຖະການໂດຍບໍ່ເສຍຄ່າ.

 

ຂ່າວຈາກ: http://laophatthananews.blogspot.com/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...