spot_img
Home​ຂ່າວບັນເທິງວິທະຍາໄລ ຣັດຕະນະຊະນະເລີດການແຂ່ງຂັນ Pepsi Cheerleading Contest 2016 (ປະເພດການເຊຍຕໍ່ໂຕ)

ວິທະຍາໄລ ຣັດຕະນະຊະນະເລີດການແຂ່ງຂັນ Pepsi Cheerleading Contest 2016 (ປະເພດການເຊຍຕໍ່ໂຕ)

Published on

ບັນເທີງດາລາ ມື້ນີ້ເຮົາຈະມາອັບເດດກ່ຽວກັບງານແຂ່ງຂັນ Pepsi Cheerleading Contest 2016 ເຊິ່ງງານດັ່ງກ່າວນີ້ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 25 ພະຈິກ 2016 ທີ່ຜ່ານມາ ທີ່​ສູນ​ກິລາ​ໃນ​ຮົ່ມ​ບຶງ​ຂະ​ຫຍອງ ເຊິ່ງໄດ້ເລີ່ມຕັ້ງແຕ່ເວລາ 14:00 ໂມງເປັນຕົ້ນໄປ. ການ​ແຂ່ງຂັນ​ດັ່ງກ່າວ​ມີ​ບັນດາ​ສະ​ໂມ​ສອນ​ກິລາ​ຂອງ​ໂຮງຮຽນ ​ແລະ ສະຖາ​ບັນຕ່າງໆ​ເຂົ້າຮ່ວມຫຼາຍ​ເຖິງ 22 ທີ​ມທົ່ວ​ນະຄອນຫຼວງວຽງຈັນ.

xxx

​​ເຊິ່ງກໍ​ມີຫຼາຍພາກສ່ວນ​ເຂົ້າຮ່ວ​ມທັງ​ພາກ​ລັດ-​ເອກະ​ຊົນ ​ແລະ ຜູ້​ສະໜັບສະໜູນ, ຈຸດປະສົງຂອງການຈັດງານ​ແມ່ນ​ເພື່ອ​ສະໜັບສະໜູນ​ໃຫ້​ນັກຮຽນ-ນັກ​ສຶກສາ ​ໄດ້​ມີ​ເວທີ​ສະ​ແດງ​ຄວາມ​ສາມາດ​ຂອງ​ຕົນ​ສູ່​ສາຍຕາ​ມວນ​ຊົນ​ໃນ​ການ​ເຕັ້ນ​ທີ່​ມີ​ສິລະ​ປະ​ກິລາ​ທີ່ບົ່ງ​ບອກເຖິງການ​ອອກ​ກໍາລັງ​ກາຍ ​ເພື່ອ​ເຮັດ​ໃຫ້​ສຸຂະພາບ​ແຂງ​ແຮງ ​ແລະ ຫ່າງ​ໄກ​ຈາກ​ສິ່ງ​ເສບ​ຕິດ ການ​ແຂ່ງຂັນ​ເຕັມ​ໄປ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ​ຈາກ​ກອງ​ເຊຍຂອງ​ແຕ່ລະ​ທີ​ມຢ່າງ​ຟົດຟື້ນ ຜົນ​ການ​ແຂ່ງຂັນ​ສະຫຼຸບອອກ​ມາ​ຄື:

  • ປະເພດການເຕັ້ນເຊຍຟຣີສະຕາຍ ລະດັບມັດທະຍົມສຶກສາ ລາງວັນຊະນະເລີດໄດ້ແກ່: ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ຮັບທຶນການສຶກສາ 12 ລ້ານກີບພ້ອມດ້ວຍຂັນລາງວັນ, ຮອງຊະນະເລີດອັນດັບ 1 ​ໄດ້​ແກ່: ໂຮງຮຽນ ມັດທະຍົມສຶກສາສົມບູນໂພນທັນ ​ໄດ້​ຮັບ​ທຶນ​ການ​ສຶກສາ 10 ລ້ານ​ກີບ​ພ້ອມ​ດ້ວຍ​ໂລ້​ກຽດຕິ​ຍົດ, ຮອງຊະນະເລີດອັນດັບ 2 ​ໄດ້​ແກ່: ໂຮງຮຽນມັດທະຍົມສຶກສາສົມບູນ ວຽງຈັນ ​ໄດ້​ຮັບ​ທຶນ​ການ​ສຶກສາ 8 ລ້ານ​ກີບ​ພ້ອມ​ດ້ວຍ​ໂລ້​ກຽດຕິ​ຍົດ, ຮອງຊະນະເລີດອັນດັບ 3 ​ໄດ້​ແກ່: ໂຮງຮຽນມັດທະຍົມສຶກສາສົມບູນ ຕານມີໄຊ ​ໄດ້​ຮັບ​ທຶນ​ການ​ສຶກສາ 6 ລ້ານ​ກີບ​ພ້ອມ​ດ້ວຍ​ໂລ້​ກຽດຕິ​ຍົດ ​ແລະ ລາງວັນ​ຊົມ​ເຊີຍ​ສໍາຫຼັບທີ​ມທີ່​ເຂົ້າຮ່ວມ​ການ​ແຂ່ງຂັນ​ທີ​ມລະ 3 ລ້ານ​ກີບ.
  • ປະເພດການເຊຍຕໍ່ໂຕ ລະດັບມະຫາວິທະຍາໄລ-ວິທະຍາໄລ ລາງວັນຊະນະເລີດ ໄດ້ແກ່:ວິທະຍາໄລຣັດຕະນະບໍລິ ຫານທຸລະກິດ ໄດ້ຮັບທຶນການສຶກສາ 25 ລ້ານກີບພ້ອມດ້ວຍຂັນລາງວັນ, ຮອງຊະນະເລີດອັນດັບ 1 ​ໄດ້​ແກ່: ມະຫາວິທະຍາໄລແຫ່ງຊາດ ໄດ້​ຮັບ​ທຶນ​ການ​ສຶກສາ 18 ລ້ານ​ກີບ​ພ້ອມ​ດ້ວຍ​ໂລ້​ກຽດຕິ​ຍົດ, ຮອງຊະນະເລີດອັນດັບ 2 ​ໄດ້​ແກ່: ວິທະຍາໄລ ລາວທ໋ອບ ໄດ້​ຮັບ​ທຶນ​ການ​ສຶກສາ 14 ລ້ານ​ກີບ​ພ້ອມ​ດ້ວຍ​ໂລ້​ກຽດຕິ​ຍົດ, ຮອງຊະນະເລີດອັນດັບ 3 ​ໄດ້​ແກ່: ທີມຮີໂຣ່ ໄດ້​ຮັບ​ທຶນ​ການ​ສຶກສາ 12 ລ້ານ​ກີບ​ພ້ອມ​ດ້ວຍ​ໂລ້​ກຽດຕິ​ຍົດ ​ແລະ ລາງວັນ​ຊົມ​ເຊີຍ​ສໍາຫຼັບທີ​ມທີ່​ເຂົ້າຮ່ວມ​ການ​ແຂ່ງຂັນ​ທີ​ມລະ 4 ລ້ານ​ກີບ.

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພ້ອມພິຈາລະນາ ຮັບຮອງບັນຫາສໍາຄັນ ຂອງປະເທດຊາດ ໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ...

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...